ຊານໂຕສ ຫວັງພາ ໂປຣຕຸເກສ ຄວ້າແຊ໊ມບານໂລກ 2022
March 30, 2022 - 11:05 PM




ເຟີນານໂດ ຊານໂຕສ ຫົວຫນ້າຜູ້ຝຶກສອນ ທີມຊາດໂປຣຕຸເກສ ອອກມາປະກາດຢ່າງຫມັ້ນໃຈວ່າຈະພາທີມຄວ້າແຊ໊ມບານໂລກ 2022 ທີ່ປະເທດກາຕ້າ ຫລັງພວກເຂົາສາມາດໄດ້ປີ້ຮອບສຸດທ້າຍເມື່ອຄືນວັນອັງຄານທີ່ຜ່ານມາ.
ເກມດັ່ງກ່າວ ທີມຊາດໂປຣຕຸເກສ ພົບກັບ ທີມຊາດ ມາຊິໂດເນຍເຫນືອ ແລະ ເປັນທີມຂອງ ເຟີນານໂດ ຊານໂຕສ ທີ່ເອົາຊະນະໄປໄດ້ 2-0 ຈາກການເຫມົາຄົນດຽວຂອງ ບຣູໂນ ເຟີນານເດສ ດາວຍິງຈາກຄ້າຍແມນເຊສເຕີ ຢູໄນເຕັດ ໃນນາທີ 32 ແລະ ນາທີ 65 ຂອງເກມການແຂ່ງຂັນ.
ຫລ້າສຸດ ຊານໂຕສ ອອກມາກ່າວວ່າ : ‘‘ ເຮົາໄດ້ແຊ໊ມມາແລ້ວ 2 ຄັ້ງ (ຢູໂຣ 2016, ຢູຟາ ເນຊັນລີກ 2018-19) ແລະ ຂ້ອຍຫວັງວ່າຈະຄວ້າແຊ໊ມທີ 3 ໄດ້ ເກມນີ້ຂ້ອຍຕ້ອງຍົກຜົນງານໃຫ້ກັບລູກທີມທຸກຄົນ ເຄິ່ງເວລາທຳອິດເຮົາຍັງຄອງເກມບໍ່ໄດ້ ແຕ່ຫລັງຈາກນັ້ນ ເຮົາກໍພະຍາຍາມຊ່ວຍກັນຫລິ້ນ ເຮົາຊ່ວຍເຫລືອກັນທັງທີມ ຕະຫລອດຈົນໄດ້ກຳລັງໃຈຈາກແຟນບານເຮັດໃຫ້ເຮົາໄດ້ຜົນລັບທີ່ຕ້ອງການ ເຮົາເຫມາະສົມແລ້ວກັບໂຄຕ້າໃບນີ້ ’’.