ປິດປະຕູຣີເທີນ! ລາປໍຕ້າແຈ້ງ ຍັງບໍ່ມີແຜນດືງ ເມສຊີ່ ກັບຄືນບາຊ່າ


ປະທານສະໂມສອນ ບາເຊໂລນາ ຢືນຢັນວ່າພວກເຂົາບໍ່ມີແຜນທີ່ຈະດືງ ເມສຊີ່ ກັບໄປຖິ່ນ ແຄ້ມນູ ແລະ ບໍ່ມີການຕິດຕໍ່ໃດໆນັບຕັ້ງແຕ່ນັກເຕະອອກຈາກທີມໄປ.
ໂຈນ ລາປໍຕ້າ, ປະທານສະໂມສອນ ບາເຊໂລນາ ຢືນຢັນວ່າພວກເຂົາບໍ່ມີແຜນການທີ່ຈະດຶງ ລີໂອເນວ ເມສຊີ່ ກັບຄືນໃນລະດູຮ້ອນນີ້
ກອງໜ້າຊາວອາເຈນຕິນາໄດ້ໂບກມືລາ ແຄ້ມນູ ໃນລະດູຮ້ອນປີທີ່ຜ່ານມາ ແລະ ຕັດສິນໃຈເຊັນສັນຍາກັບ ປາຣີສ ແຊັງ-ແຊັກແມັງ ກ່ອນທີ່ຈະມີບັນຫາເລື່ອງຟອມການຫຼີ້ນ ແລະ ມີຂ່າວວ່າລາວອາດຈະຖືກດຶງຕົວກັບໄປ ແຄ້ມນູ ອີກຄັ້ງໃນທ້າຍລະດູການນີ້
ຢ່າງໃດກໍ່ຕາມ, ປະທານສະໂມສອນຍັກໃຫຍ່ຂອງກາຕາລັນກ່າວວ່າ ພວກເຂົາບໍ່ຄ່ອຍໄດ້ຕິດຕໍ່ກັບ ເມສຊີ່ ອີກເລີຍຫຼັງອອກຈາກສະໂມສອນໄປ ແລະ ບໍ່ມີຄວາມຄິດທີ່ຈະເອົາ ເມສຊີ່ ກັບຄືນມາແຕ່ຢ່າງໃດ
“ຂ້ອຍບໍ່ໄດ້ຕິດຕໍ່ກັບ ເມສຊີ່ ຢ່າງຈິງໆຈັງໆຄືກັບທີ່ຂ້ອຍເຄີຍໄດ້ເຮັດກ່ອນທີ່ລາວຈະອອກໄປ. ການທີ່ລາວຍ້າຍອອກໄປ ມັນເຮັດໃຫ້ຂ້ອຍຮູ້ສຶກບໍ່ດີສໍາລັບເຫດຜົນສ່ວນຕົວ ແລະ ຄອບຄົວ. ຫຼາຍກ່ວາທີ່ຈະເປັນພຽງເລື່ອງກິລາລ້ວນໆ.
“ພວກເຮົາບໍ່ໄດ້ຄິດທີ່ຈະເອົາ ເມສຊີ່ ກັບຄືນມາ ພວກເຮົາກຳລັງສ້າງທີມໃໝ່ ການປະສົມຂອງຜູ້ຫຼີ້ນຫນຸ່ມ ແລະ ຜູ້ທີ່ມີປະສົບການ ສ່ວນປະສົມນີ້ກຳລັງໄດ້ຜົນ ແຕ່ ລີໂອ ກໍຄື ລີໂອ ແລະ ລາວຈະເປັນຜູ້ຊະນະຕະຫຼອດໄປ.
“ໃນຄວາມຄິດຂອງຂ້ອຍ ແນ່ນອນວ່າມັນບໍ່ແມ່ນເລື່ອງງ່າຍສໍາລັບລາວທີ່ຈະຍ້າຍອອກໄປ. ແຕ່ມັນເກີດຂຶ້ນແລ້ວ ຂ້ອຍຄິດເຖີງເລື່ອງການເງິນຂອງສະໂມສອນ ຂ້ອຍບໍ່ສາມາດສ່ຽງໄດ້ອີກຕໍ່ໄປ. ຂ້າພະເຈົ້າຄິດວ່າພວກເຮົາຄວນເຮັດໃນສິ່ງທີ່ພວກເຮົາຕ້ອງເຮັດ.”