ສິວກ່ຽວຂ້ອງກັບປະລິມານກາລໍຣີ
March 27, 2017 - 2:28 PM




ເມື່ອຮ່າງກາຍຮັບກາລໍຣີຫລາຍເກີນໄປຈະເຮັດໃຫ້ລະດັບການເກີດສິວເພີ່ມຂຶ້ນນຳ ເປັນຂໍ້ມູນທີ່ໄດ້ຮັບການຢັ້ງຢືນຈາກການສຶກສາຈາກນັກວິທະຍາສາດ. ຂະບວນການຈະເກີດຂຶ້ນດັ່ງນີ້ : ການຮັບປະລິມານກາລໍຣີທີ່ເພີ່ມຫລາຍຂຶ້ນເຂົ້າໄປໃນຮ່າງກາຍເກີດຂຶ້ນຕາມທຳມະຊາດ ໂດຍຂະບວນ ການສ້າງເນື້ອເຍື່ອ, ຂະບວນການເຜົາຜານຂອງຮ່າງກາຍ ເມື່ອຮ່າງກາຍຢູ່ໃນຂັ້ນຕອນການເຮັດວຽກສ້າງເນື້ອເຍື່ອ ລະດັບຮໍໂມນໃນຮ່າງກາຍຈະເພີ່ມຂຶ້ນ ນັ້ນແມ່ນຮໍໂມນເທສໂຕສເຕີໂຣນ (ທີ່ມີຜົນຕໍ່ການເກີດສິວ) ໃນຮ່າງກາຍຈະເພີ່ມຫລາຍຂຶ້ນກ່ວາລະດັບປົກກະຕິ. ດັ່ງນັ້ນ, ຈຶ່ງຄວນຮັກສາລະດັບກາລໍຣີທີ່ຮັບເຂົ້າໄປໃນຮ່າງກາຍບໍ່ໃຫ້ຫລາຍເກີນຄວາມຕ້ອງການຂອງຮ່າງກາຍ ຕ້ອງຄຳນຶງວ່າລະດັບຮໍໂມນເທສໂຕສເຕີໂຣນທີ່ເພີ່ມຂຶ້ນຈະເພີ່ມລະດັບການຜະລິດຊີບໍ່າຫລາຍຂຶ້ນ ອັນມີຜົນເຮັດໃຫ້ເກີດສິວໄດ້ຫລາຍຂຶ້ນໄປນຳ.