ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ

ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ -           8 - ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ
ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ - kitchen vibe - ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ

ທາງການຈີນເຖິງຂັ້ນສັ່ງປິດເມືອງໃຫຍ່ເພື່ອຢຸດການລະບາດຂອງພະຍາດໂຄວິດ-19.

ວັນທີ 28 ມີນາ 2022, ສຳນັກຂ່າວຊິນຮົວ (Xinhua) ລາຍງານວ່າ: ຊຽງໄຮ້ເຊິ່ງເປັນສູນກາງທາງເສດຖະກິດຂອງຈີນຈະເຂົ້າສູ່ສະພາບລັອກດາວນັບແຕ່ເວລາ 05:00 ໂມງ ຂອງວັນທີ 28 ມີນາ 2022 ໂດຍເລີ່ມຈາກເບື້ອງຕາເວັນອອກເປັນເວລາ 4 ວັນ ນັບແຕ່ວັນທີ 28 ມີນາ – 1 ເມສາ ໂດຍໃຫ້ຊາວເມືອງທີ່ຢູ່ໃນສ່ວນດັ່ງກ່າວເຂົ້າຮັບການກວດຫາເຊື້ອໂຄວິດ-19.

ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ - Visit Laos Visit SALANA BOUTIQUE HOTEL - ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ

ຈາກນັ້ນໃນເວລາ 03:00 ໂມງ ຂອງວັນທີ 1-5 ເມສາ ຈະລັອກດາວເບື້ອງຕາເວັນຕົກທີ່ເຫລືອ ໂດຍຫວັງຈະຢຸດການລະບາດຂອງເຊື້ອໄວຣັສ ແລະ ຕັ້ງເປົ້າເຮັດໃຫ້ເຊື້ອໂຄວິດ-19 ກາຍເປັນສູນໂດຍໄວທີ່ສຸດ.

ຊາວເມືອງຈະບໍ່ສາມາດອອກຈາກເຮືອນໄດ້, ຂະນະທີ່ບໍລິການຂົນສົ່ງສາທາລະນະ ແລະ ແອບພລິເຄຊັນໃຫ້ລົດມາຮັບຈະຢຸດໃຫ້ບໍລິການຊົ່ວຄາວ ລວມທັງຫ້າມເອົາລົດສ່ວນຕົວອອກມາແລ່ນຕາມຖະໜົນຍົກເວັ້ນໃນກໍລະນີທີ່ຈຳເປັນ.

ການປະກາດລັອກດາວຄັ້ງນີ້ເກີດຂຶ້ນຫລັງຈາກມີລາຍງານຜູ້ຕິດເຊື້ອໃນເມືອງ 2.676 ຄົນ ໃນວັນທີ 26 ມີນາຜ່ານມາ ເຮັດໃຫ້ຊຽງໄຮ້ກາຍເປັນຈຸດທີ່ມີຜູ້ຕິດເຊື້ອສູງທີ່ສຸດໃນປະເທດ.

ເຖິງວ່າລັດຖະບານທ້ອງຖິ່ນຈະຢືນຢັນວ່າ: ໄດ້ກຽມເຄື່ອງຂອງຈຳເປັນ ລວມທັງອາຫານການກິນໃນຊ່ວງລັອກດາວ, ແຕ່ຍັງມີຊາວເມືອງຈຳນວນໜຶ່ງເລັ່ງໄປຊື້ສິນຄ້າຈາກຮ້ານຄາມາຕຸນໄວ້ກ່ອນທີ່ການລັອກດາວຈະເລີ່ມຕົ້ນຂຶ້ນ.

ອ້າງອີງ:

https://english.news.cn/…/e48f13e6fcb643f2822b37…/c.html

https://www.bloomberg.com/…/shanghai-reports-2-676…

ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ - 4 - ຈີນສັ່ງລັອກດາວ “ຊຽງໄຮ້” ໃຫ້ກວດເຊື້ອເບື້ອງລະ 4 ວັນທົ່ວເມືອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!