ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ

ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ - sddefault - ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ
ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ - kitchen vibe - ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ

ວັນທີ 28 ມີນາ 2022 ນີ້ ບໍລິສັດທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງກ່ຽວກັບສາເຫດທີ່ບໍ່ໄດ້ເປີດໄຟອຸໂມງ ດັ່ງນີ້:

ອຸໂມງມິດຕະພາບຂອງ ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ຕັ້ງຢູ່ຈຸດກິໂລແມັດ K63+380. ບັນດາສາຍໄຟ, ສາຍສົ່ງສັນຍານການສື່ສານ, ອຸປະກອນໃນຕູ້ກະຈາຍໄຟທີ່ຢູ່ໃນອຸໂມງຕ່າງໆຖືກລັກຂະໂມຍ ແລະ ທຳລາຍ. ເພາະອຸປະກອນໃນອຸໂມງສ່ວນໃຫຍ່ແມ່ນສາຍໄຟ, ເປັນໂລຫະທີ່ມີມູນຄ່າສູງເຊັ່ນ: ທອງແດງ, ທາດເຫຼັກ ແລະ ອື່ນໆ, ສະນັ້ນຈຶ່ງມີການຖືກລັກຊຳ້ຊ້ອນຫຼາຍຄັ້ງ. ພາຍຫຼັງສາຍໄຟຖືກລັກແລ້ວ, ພະນັກງານທາງດ່ວນໄດ້ລົງໄປສ້ອມແປງ ແລະ ປ່ຽນສາຍໄຟ, ເຊິ່ງອຸປະກອນ ແລະ ສາຍໄຟສຳຮອງທີ່ນຳໄປສ້ອມແປງຍັງມີປາກົດການທີ່ຖືກລັກອີກ.

ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ - 277440647 341221771396413 2099356045399360463 n - ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ

ສາຍໄຟໃນອຸໂມງທີ່ຖືກລັກ, ຈະພາໃຫ້ມີບັນຫາດັ່ງລຸ່ມນີ້:

ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ - Visit Laos Visit SALANA BOUTIQUE HOTEL - ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ

1. ເນື່ອງຈາກສາຍໄຟຖືກລັກ, ຈຶ່ງບໍ່ສາມາດສະໜອງໄຟພາຍໃນອຸໂມງໄດ້, ເຮັດໃຫ້ບໍ່ມີແສງສະຫວ່າງ, ສະນັ້ນ, ອຸໂມງຈະມືດຢູ່ຕະຫຼອດເວລາ, ເຊິ່ງຈະມີຄວາມສ່ຽງສູງຕໍ່ຍານພາຫະນະທີ່ສັນຈອນໄປມາ.

2. ສາຍສົ່ງສັນຍານການສື່ສານຖືກລັກ, ກ້ອງວົງຈອນປິດທີ່ຢູ່ອ້ອມຂ້າງອຸໂມງຈະບໍ່ສາມາດໃຊ້ງານໄດ້, ເຊິ່ງເຮັດໃຫ້ພະນັກງານບໍລິຫານທາງດ່ວນບໍ່ສາມາດພົບເຫັນອຸບັດເຫດທີ່ເກີດຂຶ້ນຢູ່ຕາມຂອບເຂດໃກ້ຄຽງອຸໂມງໄດ້ທັນເວລາ, ຫາກວ່າມີອຸບັດເຫດເກີດຂຶ້ນແຖວຂອບເຂດໃກ້ຄຽງອຸໂມງ, ຈະບໍ່ສະດວກຕໍ່ການກູ້ໄພອຸບັດເຫດຢ່າງທັນການ.

ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ - 277529429 341221741396416 2722077822232245668 n - ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ

3. ສາຍໄຟຖືກລັກຂະໂມຍ, ອຸປະກອນດັບເພີງໃນອຸໂມງຈະບໍ່ສາມາດໃຊ້ງານຕາມປົກກະຕິໄດ້, ຫາກວ່າໃນອຸໂມງເກີດເຫດໄຟໄໝ້, ຈະບໍ່ສາມາດດັບໄຟໄດ້ຢ່າງທັນເວລາ.
“ພຶດຕິກຳການລັກຂະໂມຍຂອງເຈົ້າຈະພາໃຫ້ເກີດອັນຕະລາຍ ແລະ ຄວາມບໍ່ສະດວກຕໍ່ຜູ້ຂັບຂີ່ ແລະ ຜູ້ໂດຍສານທີ່ສັນຈອນຢູ່ເທິງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ” .

ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ - 5 - ບໍລິສັດທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຊີ້ແຈງ ສາເຫດບໍ່ເປີດໄຟອຸໂມງ ຍ້ອນສາຍໄຟຖືກລັກຊໍ້າຊ້ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!