ແມ່ພະຍາດໂຕກົມໃນປາດິບ

- 040808 - ແມ່ພະຍາດໂຕກົມໃນປາດິບ
- kitchen vibe - ແມ່ພະຍາດໂຕກົມໃນປາດິບ

– ແມ່ພະຍາດໂຕກົມ ຫລື Anisakis simplex : ພົບໃນປາທະເລທີ່ວາງຂາຍທົ່ວໄປ ໂດຍກວດພົບໂຕອ່ອນຂອງແມ່ພະຍາດ ຊະນິດນີ້ໃນປາຫລາຍຊະນິດ ໂດຍສະເພາະໃນປາທີ່ນິຍົມກິນດິບ, ລັກສະນະຂອງມັນເປັນແມ່ພະຍາດໂຕກົມ ເບິ່ງເຫັນໄດ້ໂດຍຕາເປົ່າ, ໂຕໃຫຍ່ເຕັມໄວມີຄວາມຍາວເຖິງ 2 – 5 ຊັງຕີແມັດ ພົບຢູ່ໃນກະເພາະອາຫານຂອງປາໂລມາ, ປາວານ ແລະ ສັດລ້ຽງລູກດ້ວຍນຳ້ນົມໃນທະເລອື່ນໆ. ໄຂ່ຂອງແມ່ພະຍາດຈະປົນອອກມາກັບອາຈົມ, ເຕີບໃຫຍ່ເປັນໂຕອ່ອນຢູ່ໃນທະເລ, ມີພາຫະເປັນພວກກຸ້ງ, ປານຳ້ເຄັມໂຕນ້ອຍໆ ແລະ ເມື່ອສັດເຫລົ່ານີ້ຖືກກິນໂດຍປາໂຕອື່ນ ແມ່ພະຍາດກໍຈະຝັງໂຕຢູ່ໃນກ້າມຊີ້ນຂອງປາ ເຫລົ່ານັ້ນ ເຊິ່ງຄົນທີ່ກິນປາດິບທີ່ມີແມ່ພະຍາດນີ້ຢູ່ກໍຈະຕິດເຊື້ອພະຍາດໄດ້. ຈາກນັ້ນ, ແມ່ພະຍາດຈະຖືກປົດປ່ອຍອອກມາຈາກຊີ້ນປາທີ່ກິນເຂົ້າໄປ ໂດຍນຳ້ຍ່ອຍໃນກະເພາະອາຫານ ຫລື ອາດຈະຖືກໄລ່ອອກມາຈາກກະເພາະອາຫານກ່ອນໂດຍການຮາກ ເຊິ່ງກໍຈະບໍ່ເຮັດໃຫ້ເຈັບປ່ວຍ, ແຕ່ໃນກໍລະນີທີ່ແມ່ພະຍາດບໍ່ຖືກໄລ່ອອກໄປ ແມ່ພະຍາດກໍຈະດຸດເຂົ້າໄປຕາມທໍ່ອາຫານ ແລ້ວຢູ່ໃນລຳໄສ້ ແລະ ຢູ່ນອກລຳໄສ້ພາຍໃນຜົ້ງທ້ອງກໍໄດ້.

– ອາການ ແລະ ການປິ່ນປົວ : ອາການເຈັບປ່ວຍແມ່ນພາຍຫລັງຈາກໄດ້ຮັບແມ່ພະຍາດ 1 ຊົ່ວໂມງ ອາດມີອາການເຈັບທ້ອງ, ເຈັບກະເພາະອາຫານ, ລຳໄສ້ອັດຕັນ, ວິນຫົວປວດຮາກ ແລະ ອາດມີອາການຄ້າຍຄືໄສ້ຕິ່ງອັກເສບ ອາດຈະເຮັດໃຫ້ບົ່ງມະຕິຜິດພາດວ່າເປັນບາດແຜໃນກະເພາະອາຫານ ຫລື ໄສ້ຕິ່ງອັກເສບໄດ້, ບາງຄົນອາດຖ່າຍອອກມາເປັນນຳ້ເມືອກພາຍໃນ 1 – 5 ມື້ ຜູ້ປ່ວຍອາດຈະຮາກອອກມາເປັນໂຕແມ່ພະຍາດ ຫລື ອາດຈະພົບແມ່ພະຍາດເມື່ອສ່ອງກ້ອງເຂົ້າໄປໃນຫລອດອາຫານ ເນື່ອງຈາກໂຕອ່ອນບໍ່ສາມາດຈະເລີນເຕີບໃຫຍ່ ແລະ ວາງໄຂ່ໃນຄົນປ່ວຍໄດ້. ດັ່ງນັ້ນ, ການກວດອາຈົມເພື່ອຫາໄຂ່ຂອງແມ່ ພະຍາດຊະນິດນີ້ຈຶ່ງບໍ່ໄດ້ຊ່ວຍໃນການບົ່ງມະຕິ, ການປິ່ນປົວມີທາງດຽວຄືການເອົາໂຕແມ່ພະຍາດອອກມາຈາກຜິວໜັງກະເພາະອາຫານ ຫລື ບໍລິເວນເນື້ອເຍື່ອທີ່ແມ່ພະຍາດເຂົ້າໄປຝັງໂຕຢູ່ໂດຍການຜ່າຕັດ ເພາະຢາຂ້າແມ່ພະຍາດໃຊ້ບໍ່ໄດ້ຜົນກັບແມ່ພະຍາດຊະນິດນີ້.

- Visit Laos Visit SALANA BOUTIQUE HOTEL - ແມ່ພະຍາດໂຕກົມໃນປາດິບ

– ການປ້ອງກັນ : ເມື່ອຈຳເປັນຕ້ອງກິນຊີ້ນປາທະເລ ຄວນເຮັດໃຫ້ສຸກດ້ວຍອຸນຫະພູມບໍ່ຕໍ່າກ່ວາ 60 ອົງສາ ຢ່າງໜ້ອຍ 5 ນາທີ ຖ້າເປັນຊີ້ນປາສົດຄວນເກັບມ້ຽນໃນອຸນຫະພູມຕໍ່ກ່ວາ -20 ອົງສາ ເປັນເວລາ 7 ມື້ ຫລື ຕໍ່າກ່ວາ -35 ອົງສາ ເປັນເວລາ 15 ຊົ່ວໂມງ ຈະເຮັດໃຫ້ແມ່ພະຍາດ Anisakis simplex ຕາຍໄດ້. ດັ່ງນັ້ນ, ການກິນປາດິບຈຶ່ງຕ້ອງໃຫ້ຄວາມລະມັດລະວັງ ຢ່າງໜ້ອຍໃຫ້ສັງເກດເບິ່ງລັກສະນະຂອງຊີ້ນປາກ່ອນຈະກິນວ່າມີໂຕອ່ອນຂອງແມ່ພະຍາດປົນຢູ່ຫລືບໍ່ ທັງນີ້ເພື່ອຄວາມປອດໄພ ແລະ ຄວາມແຊບທີ່ບໍ່ມີອັນຕະລາຍລີ້ຢູ່.

- 4 - ແມ່ພະຍາດໂຕກົມໃນປາດິບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!