ເກີດເຫດໄຟໄໝ້ອາຄານຫ້ອງການປົກຄອງ ເມືອງລ້ອງຊານ ຫຼັງເກົ່າ ແຂວງໄຊສົມບູນ


ທ່ານ ສົມຄິດ ເພຍວົງ ຮອງເຈົ້າເມືອງລ້ອງຊານ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 3 ໂມງເຊົ້າ ຂອງວັນທີ 27 ມີນາ 2022 ໄດ້ເກີດເຫດໄຟໄໝ້ອາຄານຫ້ອງການປົກຄອງເມືອງລ້ອງຊານ ແຂວງໄຊສົມບູນ ຫຼັງເກົ່າ ຊຶ່ງເປັນອາຄານໄມ້ 2 ຊັ້ນ ປະກອບມີທັງໝົດ 5 ຫ້ອງການ ຄື: ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ, ອົງການໄອຍະການປະຊາຊົນເຂດ II ແລະ ສານປະຊາຊົນເຂດ II ເຮັດໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ.
ສາເຫດການໄຟໄໝ້ຕຶກອາຄານປົກຄອງເມືອງລ້ອງຊານ ຫຼັງເກົ່າ ໃນຄັ້ງນີ້ ແມ່ນເກີດຈາກໄຟຟ້າລັດວົງຈອນ ເນື່ອງຈາກວ່າຕຶກອາຄານຫຼັງດັ່ງກ່າວເປັນໄມ້ ເຮັດໃຫ້ການດັບໄຟບໍ່ທັນການ ຈຶ່ງເຮັດໃຫ້ໄຟໄໝ້ໝົດທັງຕຶກຢ່າງໄວວາ ເຮັດໃຫ້ຊັບສິນ ແລະ ເຄື່ອງໃຊ້ຫ້ອງການຕ່າງໆຖືກໄຟໄໝ້ເສຍຫາຍໝົດ ສ່ວນມູນຄ່າຄວາມເສຍຫາຍນັ້ນ ແມ່ນຍັງລໍຖ້າການປະເມີນຈາກໜ່ວຍງານທີ່ກ່ຽວຂ້ອງມາກວດສອບລະອຽດກ່ອນ ປັດຈຸບັນ ທາງການນຳເມືອງກຳລັງເລັ່ງຄົ້ນຄວ້າບ່ອນປະຈຳການຊົ່ວຄາວ ໃຫ້ແກ່ບັນດາຫ້ອງການທີ່ຖືກໄຟໄໝ້ ໃນຄັ້ງນີ້ ເປັນບ່ອນປະຈຳການຊົ່ວຄາວກ່ອນ.