ໂຮງຮຽນຊັບປັນຍາສະຫລຸບສົກຮຽນ 2016-2017


ໃນວັນທີ 5 ສິງຫາ ນີ້, ໂຮງ ຮຽນຊັບປັນຍາໄດ້ຈັດ ພິທີ ສະຫຼຸບ ສົກຮຽນປີ 2016-2017 ຢູ່ຫໍວັດ ທະນະທໍາແຫ່ງຊາດ, ໂດຍການ ເຂົ້າຮ່ວມຂອງທ່ານ ຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ, ມີ ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມຈໍານວນ ຫຼວງຫຼາຍ.


+ ໂຮງຮຽນສິລະປະແຫ່ງຊາດຈັດການແຂ່ງຂັນພອນສະຫວັນຂອງນັກຮຽນ
+ ໂຮງຮຽນ ປາດຖະໜາສະຫຼຸບສົກຮຽນ 2016-2017
+ ມອບ-ຮັບອາຄານຮຽນຫລັງໃໝ່ໃຫ້ໂຮງຮຽນ ມສ ບຶກທົ່ງ
ທ່ານ ແດນນ້ຽວ ລີ້ມ ອໍາ ນວຍການໂຮງຮຽນ ດັ່ງກ່າວ ໃຫ້ ຮູ້ວ່າ: ສົນຮຽນ 2016-2017 ນີ້, ມີນັກຮຽນທັງໝົດ 221 ຄົນ, ຍິງ 85 ຄົນ, ໃນນັ້ນ ຊັ້ນອານຸບານ ມີ 128 ຄົນ, ຍິງ 44 ຄົນ, ຊັ້ນ ປະຖົມສຶກສາ 80 ຄົນ, ຍິງ 33 ຄົນ, ຊັ້ນມັດທະຍົມ ຕົ້ນ 13 ຄົນ, ຍິງ 8 ຄົນ, ມີຄູອາ ຈານ ແລະ ພະນັກງານທັງໝົດ 39 ຄົນ, ຍິງ 30 ຄົນ ແລະ ຜົນການສອບ ເສັງເລື່ອນຊັ້ນປະ ຈໍາປີ, ຊັ້ນອາ ນຸບານສອບເສັງ ໄດ້ 100%, ຂັ້ນປະຖົມສຶກສາ ສອບເສັງໄດ້ ທັງໝົດ 98,75%, ຊັ້ນມັດທະ ຍົມຕົ້ນສອບເສັງໄດ້ 100%, ສ່ວນຜົນການສອບ ເສັງຈົບຊັ້ນ: ປ5 ໄດ້ 100% ແລະ ມ4 ບັນລຸໄດ້ 100%.
ທ່ານໃຫ້ຮູ້ອີກວ່າ: ສົນຮຽນ ນີ້ນັກຮຽນທີ່ສາມາດສອບເສັງ ໄດ້ຄະແນນສະເລ່ຍ 7 ຂຶ້ນໄປ. ຊັ້ນປະຖົມ 44 ຄົນ, ຍິງ 25 ຄົນ, ຊັ້ນມັດທະຍົມຕົ້ນມີ 4 ຄົນ. ແລະ ໃນໂອກາດດັ່ງກ່າວທາງໂຮງ ຮຽນໄດ້ມອບໃບປະກາດໃຫ້ຜູ້ ຮຽນຊັ້ນອານຸບານ 3, ນັກຮຽນ ປ5 ແລະ ຜູ້ຈົບຊັ້ນ ມ4 ຢ່າງ ສົມກຽດ.