ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ

ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ - hi res 51555812 wayne rooney of manchester united battles with patrick crop exact - ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ
ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ - kitchen vibe - ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ

ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ - hi res 51555812 wayne rooney of manchester united battles with patrick crop exact - ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ

ພຣີເມຍລີກ ອັງກິດ ໄດ້ປະກາດລາຍຊື່ອະດີດນັກເຕະທີ່ໄດ້ຮັບກຽດໃຫ້ເຂົ້າສູ່ຫໍກຽດຕິຍົດຂອງລີກ ຫລື Hall Of Fame ເຊິ່ງກ່ອນຫນ້ານີ້ມີອະດີດນັກເຕະທີ່ໄດ້ຮັບກຽດຢູ່ໃນຫໍກຽດຕິຍົດມາແລ້ວເຖິງ 8 ຄົນ ປະກອບໄປດ້ວຍ ອາລັນ ເຊຍເຣີ, ເທຍຣີ ອອງຣີ, ເດວິດ ເບັກແຮມ, ຣອຍ ຄີນ, ເອຣິກ ຄັນໂຕນາ, ແຟຣັງ ແລມພາດ, ເດນນິສ ເບີກແຄມ ແລະ ສະຕີເວັນ ເຈີຣາດ.

ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ - Visit Laos Visit SALANA BOUTIQUE HOTEL - ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ

ເຊິ່ງຫລ້າສຸດ ພຣີເມຍລີກໄດ້ປະກາດໃຫ້ ເວນ ຣູນີ ສຸດຍອດດາວຍິງຂອງ ແມນເຊສເຕີ ຢູໄນເຕັດ ແລະ ປາທຣິກ ວິເອຣາ ອະດີດກອງກາງຈອມໂຫດຂອງ ອາເຊນອລ ເປັນອະດີດນັກເຕະຄົນທີ 9 ແລະ 10 ທີ່ເຂົ້າສູ່ຫໍກຽດຕິຍົດຂອງລີກ ຕາມ 8 ຕຳນານມາຕິດໆ.

ໂດຍ ຣູນີ ໄດ້ເປີດໃຈເຖິງການໄດ້ເຂ້າເປັນສ່ວນຫນຶ່ງຂອງ ຫໍກຽດຕິຍົດໃນຄັ້ງນີ້ວ່າ :  ເປັນເລື່ອງທີ່ຫນ້າຍິນດີທີ່ໄດ້ເປັນສ່ວນຫນຶ່ງຂອງຫໍກຽດຕິຍົດຮ່ວມກັບອະດີດຫມູ່ຮ່ວມທີມ ແລະ ຄູ່ແຂ່ງທຸກຄົນທີ່ຢູ່ໃນຫໍກຽດຕິຍົດ ແລະ ຖືເປັນອີກ 1 ຄວາມຊົງຈຳທີດີຫລາຍໆ ຂອງຊີວິດລາວນຳອີກ ’’.

‘‘ ຂ້ອຍໃຫຍ່ມາຫລິ້ນບານເຕະ ຝັນພຽງວ່າຢາກໄດ້ແຊ໊ມກັບສະໂມສອນ ແລະ ຂ້ອຍເຮັດໄດ້ທັງຫມົດແລ້ວ ການເຂົ້າມາສູ່ຫໍກຽດຕິຍົດ ຖືເປັນອີກ 1 ຄວາມສຳເລັດຂອງຂ້ອຍ ຂອບໃຈທີ່ເລືອກໃຫ້ຂ້ອຍມາເປັນສ່ວນຫນຶ່ງ ຖືເປັນອີກ 1 ຄວາມຊົງຈຳດີໆໃນຊີວິດຂອງຂ້ອຍເລີຍ ’’.

ຕະຫລອດອາຊີບການຫລິ້ນອາຊີບ ຣູນີ ຫລິ້ນຢູ່ 2 ທີມເທົ່ານັ້ນໃນພຣີເມຍລີກ ຄື ເອຟເວີຕັນ ແລະ ແມນເຊສເຕີ ຢູໄນເຕັດ ເຊິ່ງຫາກນັບການລົງຫລິ້ນໃນພຣີເມຍລີກ ກັບທຸກສະໂມສອນ ລາວລົງຫລິ້ນໄປທັງຫມົດ 491 ເກມ ຍິງໄປ 208 ປະຕູ ກັບອີກ 112 ແອສຊິສ.

ຂະນະທີ່ ອະດີດຫົວຫນ້າທີມ ອາເຊນອລ ໄດ້ເປີດເຜີຍວ່າ ການເຂົ້າສູ່ຫໍກຽດຕິຍົດຄັ້ງນີ້ ຖືເປັນອີກຫນຶ່ງຄວາມຊົງຈຳດີໆໃນຊີວິດ ແລະ ໄດ້ເຂົ້າໄປເປັນສ່ວນຫນຶ່ງຮ່ວມກັບອະດີດຫມູ່ຮ່ວມທີມອາເຊນອລ ໃນຍຸກດຽວກັນຢ່າງ ເທຍຣີ ອອງຣີ ແລະ ເດນນິສ ເບີກແຄມ ເປັນສິ່ງທີ່ພິເສດຫລາຍ.

ປາທຣິກ ວິເອຣາ ຖືເປັນອີກ 1 ນັກເຕະທີ່ຫນ້າຈົດຈຳຂອງແຟນບານ ອາເຊນອລ ທຸກຄົນ ທັງລີລາການຫລິ້ນບານໃນສະຫນາມ ຫລື ຄວາມສຸດຍອດໃນການຕັດເກມ ແລະ ອີກ 1 ລີລາທີ່ທຸກຄົນຈຳໄດ້ດີຄືການຟາດປາກກັບ ຣອຍ ຄີນ ຜົນງານຂອງລາວຕະຫລອດອາຊີບໃນພຣີເມຍລີກ ລົງສະຫນາມໄປ 307 ເກມ ຍິງໄປ 31 ປະຕູກັບອີກ 31 ແອສຊິສ.

ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ - 5 - ພຣີເມຍລີກ ເຊີນ ຣູນີ-ວິເອຣາ ເປັນນັກເຕະຕຳນານເຂົ້າຫໍກຽດຕິຍົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!