ເດືອນຜ່ານມາທົ່ວປະເທດມີຜູ້ເສຍຊີວິດ 68 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ


ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ເດືອນກໍລະກົດຜ່ານມາໄດ້ມີອຸປະຕິເຫດບົນທ້ອງຖະໜົນເກີດຂຶ້ນ 408 ຄັ້ງ, ມີພາຫະນະເປ່ເພເກືອບໜຶ່ງພັນຄັນ, ມີຜູ້ບາດເຈັບຫລາຍກວ່າ 600 ຄົນ ແລະ ມີຜູ້ເສຍຊີວິດ 68 ຄົນທຽບໃສ່ເດືອນມິຖຸຸນາຜ່ານມາເຫັນວ່າຕົວເລກຜູ້ເສຍຊີວິດຫລຸດລົງ 15 ຄົນ. ໃນນີ້ຢູ່ນະຄອນຫລວງວຽງຈັນມີ 15 ຄົນ, ໄຊຍະບູລີ 8 ຄົນ, ບໍລິຄຳໄຊ ແລະ ແຂວງສາລະວັນແຂວງລະ 7 ຄົນ, ຫລວງນ້ຳທາ, ຊຽງຂວາງ, ຈຳປາສັກແຂວງລະ 4 ຄົນ, ຫລວງພະບາງ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ຄຳມ່ວນແຂວງລະ 3 ຄົນ, ອັດຕະປື, ເຊກອງ ແລະ ບໍ່ແກ້ວແຂວງລະ 2 ຄົນ ແລະ ແຂວງຜົ້ງສາລີ 1 ຄົນ. ນອກຈາກນີ້ຍັງພົບຜູ້ລະເມີດກົດລະບຽບຈະລາຈອນເປັນຈໍານວນຫລາຍ ເປັນຕົ້ນ: ມືນເມົາແລ້ວຂັບຂີ່, ຜູ້ຂັບຂີ່ອາຍຸບໍ່ເຖິງກະສຽນ, ບໍ່ມີເອກກະສານ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ ແລະ ອື່ນໆເປັນຈໍານວນຫລາຍ ແລະ ໄດ້ກາຍເປັນສາເຫດຫລັກທີ່ກໍ່ໃຫ້ເກີດອຸປະຕິເຫດດັ່ງກ່າວ, ພ້ອມນັ້ນກໍແມ່ນຈາກສະພາບການສັນຈອນມີຄວາມຫຍຸ້ງຍາກ ຍ້ອນມີຝົນຕົກເຮັດໃຫ້ນ້ຳຖ້ວມເສັ້ນທາງ, ດິນເຈື່ອນ, ທາງມື່ນ ແລະ ອື່ນໆ ຕໍ່ສະພາບດັ່ງກ່າວ, ເຈົ້າໜ້າທີ່ຈະລາຈອນກໍຈະໄດ້ເພີ່ມທະວີປະສານສົມທົບໃນການສະກັດກັ້ນສິ່ງຫຍໍ້ທໍ້ດັ່ງກ່າວໃຫ້ຫລຸດໜ້ອຍລົງ, ໂດຍສະເພາະຈະເລັ່ງປະຕິບັດດຳລັດ 188/ນຍ ໃຫ້ເຂັ້ມງວດກວ່າເກົ່າ, ພ້ອມທັງຈັດກຳລັງລົງປະຈຳຕາມຈຸດ, ປ້ອມຕະຫລອດ 24 ຊົ່ວໂມງ ເພື່ອກຳໄດ້ສະພາບການສັນຈອນ ແລະ ເອົາໃຈໃສ່ວຽກງານໂຄສະນາລະບຽບການສັນຈອນໃຫ້ແກ່ສະຖາບັນການສຶກສາ, ສໍານັກງານອົງການ, ໂຮງຈັກໂຮງງານ ແລະ ຫົວໜ່ວຍທຸລະກິດຕ່າງໆໃຫ້ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ປູກຈິດສໍານຶກໃຫ້ນັກຂັບຂີ່ທຸກຄົນມີສະຕິເຄົາລົບກົດລະບຽບຈະລາຈອນ ແລະ ຄວາມປອດໄພໃນການຂັບຂີ່ສູງຂຶ້ນ.
+ ອາທິດຜ່ານມາ, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 18 ກໍລະນີ ເສຍຊີວິດ 3 ຄົນ