ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ

ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ - entrevo keypersonofinfluence professional women - ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ
ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ - kitchen vibe - ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ

ທ່ານເຄີຍຕັ້ງຄໍາຖາມບໍ່ວ່າ ຄົນເຮົາມັກປະຕິບັດຕໍ່ຄົນອື່ນແນວໃດ? ແລະ ສິ່ງທີ່ພວກເຮົາສະແດງອອກໄປດີ ຫລືບໍ່? ຫລື ມັນອາດຈະເປັນການດູຖູກຄົນອື່ນ.

ພວກເຮົາອາໄສຢູ່ໃນໂລກທີ່ຫລາຍຄົນບໍ່ຄິດວ່າຄວນຈະໄດ້ຮັບການເຄົາລົບ ແລະສະແດງຄວາມເຄົາລົບຕໍ່ຜູ້ອື່ນເຊັ່ນກັນ ສ່ວນຫລາຍຄິດວ່າຄົນທີ່ຄວນເຄົາລົບນັບຖືແມ່ນຜູ້ທີ່ມີອໍານາດຫລາຍກວ່າເພາະຢ້ານຜົນກະ ທົບທີ່ຈະເກີດຂຶ້ນ, ຖ້າຢຸດເຄົາລົບຄົນເຫລົ່ານີ້ດ້ວຍຄວາມຄິດນີ້ຈະເຮັດໃຫ້ຄົນສ່ວນຫລາຍເລືອກທີ່ຈະເຄົາ ລົບແຕ່ກັບບາງຄົນເທົ່ານັ້ນ.

ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ - Visit Laos Visit SALANA BOUTIQUE HOTEL - ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ

ເຄົາລົບດ້ວຍການຮັບຟັງ

ການເປັນຜູ້ຟັງທີ່ດີເປັນສິ່ງສໍາຄັນໃນການສະແດງຄວາມເຄົາລົບ ແລະ ເປັນການໃຫ້ກຽດອີກດ້ວຍ.  ແນ່ ນອນ, ການຟັງຕ້ອງມີສະຕິ ແລະ ທຳຄວາມເຂົ້າໃຈຢ່າງເລິກເຊິ່ງ ຢ່າຄິດອະຄະຕິຕໍ່ສິ່ງທີ່ໄດ້ຍິນ ບໍ່ວ່າຈະເຫັນດີ ຫລື ບໍ່ເຫັນດີ ແຕ່ຕ້ອງພະຍາຍາມເຂົ້າໃຈ ເພາະບາງເທື່ອຄົນທີ່ມາເວົ້າກັບຕົນເອງອາດຈະຕ້ອງ ການຄໍາແນະນໍາເພື່ອຊ່ວຍແກ້ໄຂບັນຫາ ຫລື ອາດຈະຕ້ອງການຄວາມຄິດເຫັນທີ່ເປັນປະໂຫຍດ.

ເຊົາເຮັດທຸກຢ່າງທີ່ພວມເຮັດຢູ່ ແລະ ສົນໃຈຈະເຮັດໃຫ້ຄົນທີ່ພວມເວົ້າຢູ່ນັ້ນຮູ້ສຶກເປັນຄົນສໍາຄັນ ລອງຄິດ ກົງກັນຂ້າມເບິ່ງວ່າ ຖ້າພວກເຮົາຢາກໃຫ້ຜູ້ຟັງເອົາໃຈໃສ່ຕໍ່ສິ່ງທີ່ຕົນເອງເວົ້າ ພວກເຮົາຄວນຈະປະຕິບັດແບບດຽວກັນກັບຄົນອື່ນ.

ຟັງໃຫ້ເຂົ້າໃຈ ແລະ ບໍ່ຕອບທັນທີ

ເມື່ອຄົນທີ່ເຮົາພວມຟັງຢູ່ນັ້ນເວົ້າຈົບແລ້ວໃຫ້ເຮົາຢຸດກ່ອນຈະຕອບເພື່ອລໍຖ້າເບິ່ງວ່າຄົນຜູ້ນັ້ນມີຫຍັງຈະເວົ້າຕື່ມບໍ່ ເພື່ອບໍ່ເປັນການລົບກວນ ຈະເຮັດໃຫ້ລາວຮູ້ສຶກວ່າສິ່ງທີ່ໄດ້ເວົ້າມານັ້ນມີຄຸນຄ່າຕໍ່ຄົນຟັງ. ກ່ອນຈະຕັ້ງ ຄໍາຖາມເຖິງຄວາມຖືກຕ້ອງຂອງຄວາມຄິດ ຫລື ຄວາມເຊື່ອຂອງຄົນອື່ນ ຄວນພະຍາຍາມທໍາຄວາມເຂົ້າໃຈໃຫ້ດີກ່ອນ ເຖິງວ່າອາດຈະບໍ່ເຫັນດີນໍາ ແຕ່ກໍຖືວ່າເປັນການຮຽນຮູ້ສິ່ງໃໝ່ ແລະ ເຮັດໃຫ້ຮູ້ສຶກຖືກເຄົາລົບນັບຖື ເພາະວ່າຄວາມສຳພັນທີ່ດີສ້າງຂຶ້ນບົນພື້ນຖານຄວາມເຂົ້າໃຈກັນ.

ຍອມຮັບຄວາມແຕກຕ່າງ

ເວລາພວກເຮົາຢູ່ໃນສະຖານທີ່ໃໝ່ ບໍ່ຄຸ້ນເຄີຍ ພວກເຮົາຈະຮູ້ສຶກແຕກຕ່າງ ແຕ່ຖ້າພວກເຮົາຍອມຮັບແລະໃຊ້ເວລາຮຽນຮູ້ໃຫ້ຫຼາຍຂື້ນ, ສິ່ງທີ່ພວກເຮົາຮູ້ສຶກແຕກຕ່າງກັນຈະກາຍເປັນເລື່ອງປົກກະຕິ.

ພວກເຮົາຕ້ອງຮຽນຮູ້ວ່າທຸກຄົນມີຄວາມເຊື່ອເປັນຂອງຕົນເອງໂດຍບໍ່ໄດ້ຕິດກັບຄວາມເຊື່ອຂອງພວກເຮົາ, ໂລກຂອງພວກເຮົາກວ້າງໃຫຍ່ ການຮັບຮູ້ວ່າທຸກຄົນແຕກຕ່າງກັນແລະເປັນເອກະລັກ ເຫັນອົກເຫັນໃຈ ແລະ ເຂົ້າໃຈທັດສະນະຂອງຄົນອື່ນເພາະການຍອມຮັບຄວາມແຕກຕ່າງຈະຊ່ວຍສ້າງຄວາມສໍາພັນທີ່ດີໄດ້.

ແນວໃດກໍຕາມ ຍັງມີຫຼາຍຄົນທີ່ພະຍາຍາມດູຖູກ ແລະ ບໍ່ເຂົ້າໃຈ, ຄົນເຫລົ່ານີ້ເຫັນວ່າຕົນເອງດີກວ່າ ແລະ ຢາກໃຫ້ຄົນອື່ນນັບຖືເຂົາກ່ອນ. ແນ່ນອນ ຖ້າເຮົາບໍ່ເຄົາລົບຄົນອື່ນກ່ອນແລ້ວໃຜຈະນັບຖືເຮົາ? ຫລີກການວາງຕົນແບບມີອໍານາດຫລາຍກວ່າຜູ້ອື່ນ. ດັ່ງນັ້ນ, ເຮົາຈະຖືກນັບຖືຫລາຍພຽງໃດກໍຂຶ້ນຢູ່ກັບວິທີທີ່ເຮົາປະຕິບັດຕໍ່ຄົນອື່ນກ່ອນ ຖ້າຢາກໃຫ້ສັງຄົມມີຊີວິດຊີວາຫລາຍຂຶ້ນກໍຕ້ອງເລີ່ມຈາກຕົນເອງ ເຄົາລົບຄົນອື່ນກ່ອນ ຮັບຟັງ ແລະ ບໍ່ສະແດງຄວາມຄິດຂອງຕົນເອງຕັດສິນ ຍອມຮັບວ່າທຸກຄົນແຕກຕ່າງກັນ ແລະ ຈື່ໄວ້ສະເໝີວ່າການເຄົາລົບເປັນພື້ນຖານຂອງຊີວິດ.

ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ - 4 - ການຟັງໝາຍເຖິງການສະແດງຄວາມເຄົາລົບອີກຢ່າງໜຶ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!