ການປັບຕົວໃຫ້ເຂົ້າກັບຍຸກທີີ່ນ້ຳມັນແພງ

- aHR0cHM6Ly9zLmlzYW5vb2suY29tL2xhLzAvdWQvMi8xMTU2NC8xMTU2NC5qcGc - ການປັບຕົວໃຫ້ເຂົ້າກັບຍຸກທີີ່ນ້ຳມັນແພງ
- kitchen vibe - ການປັບຕົວໃຫ້ເຂົ້າກັບຍຸກທີີ່ນ້ຳມັນແພງ

ການປັບຂຶ້ນລາຄານໍ້າມັນແບບຕໍ່ເນື່ອງໃນລາວເລື່ອງເດັ່ນປະເດັນຮ້ອນໃນສັງຄົມໂລກ ແລະ ສັງຄົມລາວ ຍ້ອນວ່າລາຄານ້ຳມັນສູງຂຶ້ນເປັນປະຫວັດສາດ ອັນຄຽງຄູ່ກັບລະບາດຂອງພະຍາດໂຄວິດ-19 ອີກ. ຕາມການລາຍງານຂອງຂ່າວໂລກເມື່ອບໍ່ດົນມານີ້ເຫັນວ່າ ລາຄານ້ຳມັນດິບໃນຕະຫລາດໂລກ 130 ໂດລາ/ບາເຣວ ແລະ ເຊື່ອວ່າຈະປັບສູງຂຶ້ນອີກ. ການປັບຂຶ້ນລາຄານໍ້າມັນເປັນຂະບວນການປ່ຽນແປງທາງເເສດຖະກິດໂລກ ເຊິ່ງເຮົາບໍ່ສາມາດຄວບຄຸມ ແລະ ປາສະຈາກ ລາຄານ້ຳມັນໄດ້ ແຕ່ເຖິງຢ່າງໃດກໍຕາມເຮົາຈະສາມາດປັບຕົວໃນໄລຍະວິກິດນ້ຳມັນແພງດ້ວຍ 8 ວິທີນີ້ລອງເບິ່ງ.

1. ໄປທາງດຽວກັນ ໄປພ້ອມກັນ
ໝາຍຄວາມວ່າ ການເຮັດວຽກ, ໄປວຽກງານຕ່າງໆທີ່ໃຊ້ເສັ້ນທາງດຽວກັນ ຈາກທີ່ໃຊ້ລົດຄົນລະຄັນ ກໍມາໃຊ້ລົດຄັນດຽວກັນ ແລ້ວອອກເງິນກັນ ເຕີມນ້ຳມັນ ຈະເຮັດໃຫ້ເຮົາມາດປະຢັດເງິນໃນກະເປົາໄດ້.

- Visit Laos Visit SALANA BOUTIQUE HOTEL - ການປັບຕົວໃຫ້ເຂົ້າກັບຍຸກທີີ່ນ້ຳມັນແພງ

2. ວາງແຜນເບິ່ງເສັ້ນທາງໃນການເດີນທາງແຕ່ລະມື້ດ້ວຍ GPS
ການໃຊ້ GPS ເບິ່ງເສັ້ນທາງໃນແຕ່ລະມື້ຖືວ່າເປັນເລື່ອງສຳຄັນ ເພາະດຽວນີ້ GPS Google Map ຫຼື App ຕ່າງໆຜ່ານໂທລະສັບ ກໍສາມາດກວດເຊັກເສັ້ນທາງ ຫຼື ການສັນຈອນຕິດຂັດໄດ້ ເອີ້ນໄດ້ວ່າທັງປະຢັດເວລາໃນການເດີນທາງ ສະດວກຂຶ້ນ ເຮົາຮອດຈຸດໝາຍປາຍທາງໄດ້ໄວ ກໍເທົ່າກັບປະຢັດຄ່ານ້ຳມັນໄປໃນຕົວ.

3. ໃຊ້ບໍລິການຂົນສົ່ງ ໃຫ້ຫລາຍຂຶ້ນ
ການໃຊ້ບໍລິການຂົນສົ່ງຖືເປັນອີກວິທີໜຶ່ງທີ່ເຮັດໃຫ້ປະຢັດເງິນຊື້ນໍ້າມັນ ໂດຍສະເພາະເວລາເຮົາຕ້ອງການຊື້ສິນຄ້າ ຫຼື ສັ່ງອາຫານ ຖ້າຫາກເຮົາໄປເອງກໍຈະສິ້ນເປືອງນ້ຳມັນທັງຂາໄປ ແລະ ຂາກັບ, ສະນັ້ນ ການໃຊ້ບໍລິການຂົນສົ່ງກໍຖືວ່າກຸ້ມຄ່າກວ່າ.

4. ເດີນທາງໃກ້ໆໃຫ້ໃຊ້ລົດຖີບ
ຖ້າຫາກທ່ານຈະເດີນທາງໄປຂອບເຂດໃກ້ໆບໍ່ກາຍ 3 ກິໂລແມັດ ຄວນຂີ່ລົດຖີບ ຫຼື ລົດຈັກໄຟຟ້າ ເພື່ອປະຢັດນໍ້າມັນ ແລະ ທັງສຸຂະພາບດີອີກ ແຖມຍັງຊ່ວຍໃນເລື່ອງການອະນຸລັກສິ່ງແວດລ້ອມນຳອີກ.

5. ໃຊ້ພະລັງງານທາງເລືອກ LPG ຫຼື NGV
ການໃຊ້ລົດພະລັງງານໄຟຟ້າ ຫຼື ລະບົບແກັສ ເຖິງແມ່ນວ່າຕົ້ນທຶນຈະສູງກໍຕາມ ແຕ່ເປັນການໃຊ້ຕ່າຍທີ່ກຸ້ມຄ່າກວ່າຖ້າຫາກໃຊ້ລົດນໍ້າ ແຕ່ກໍຄວນສຶກສາໃຫ້ລະອຽດກ່ອນ ເພື່ອອາດເປັນທາງເລືອກທີ່ດີສຳລັບທ່ານ.

6. ຫຼຸດການໃຊ້ລົດສ່ວນຕົວແລ້ວຫັນມາໃຊ້ລົດສາທາລະນະ
ຖ້າຫາກເປົ້າໝາຍການເດີນທາງຂອງທ່ານ ມີການບໍລິການລົດສາທາລະນະ ຖືວ່າທ່ານກຳລັງໂຊກດີ ແລະ ອາດເປັນທາງເລືອກທີ່ດີສຳລັບທ່ານ ເພາະການໃຊ້ລົດສາທາລະນະເປັນການໃຊ້ຈ່າຍກຸ້ມຄ່າກວ່າ ຖ້າທຽບໃສ່ການເຕີມນໍ້າມັນດ້ວຍຕົນເອງ ຫຼື ອາດຈະສະຫຼັບກັນໃຊ້ລົດສ່ວນຕົວແດ່ບາງຄັ້ງກໍຍັງດີກວ່າໃຊ້ຕະຫຼອດທຸກໆການເດີນທາງ.

7. ກວດເຊັກສະພາບຂອງລົດ
ການກວດເຊັກສະພາບຂອງລົດຖືວ່າເປັນສິ່ງຈຳເປັນໃນການຫຼຸດນ້ຳມັນໄດ້ ນອກຈາກຈະຊ່ວຍຢືດອາຍຸຂອງລົດແລ້ວ ກໍຍັງຊ່ວຍໃນເລື່ອງຂອງການປະຢັດນ້ຳມັນອີກ ເພາະຖ້າຫາກລົດຢູ່ໃນສະພາບທີ່ບໍ່ສົມບູນ ອັດຕາການກິນນ້ຳມັນກໍຈະເພີ່ມຂຶ້ນເຊັ່ນ: ການເຊັກເບື້ອງຕົ້ນເຊັ່ນ ໄສ້ກອງອາກາດ, ລົມຢາງ ທີ່ເໝາະສົມ ກໍຈະຊ່ວຍໃຫ້ປະຢັດຍິ່ງຂຶ້ນອີກດ້ວຍ.

8. ການໃຊ້ຄວາມໄວທີ່ເໝາະສົມ
ການໃຊ້ຄວາມໄວທີ່ເໝາະສົມ ກໍສາມາດປະຢັດນ້ຳມັນໄດ້ຫຼາຍພໍສົມຄວນ ການເບກ ແລະ ເລັ່ງອອກເລື້ອຍໆເຮັດໃຫ້ສິ້ນເປືອງນ້ຳມັນເພີ່ມຂຶ້ນ ການຂັບລົດຮັກສາຄວາມໄວຄົງທີ່ໃຫ້ເໝາະສົມ ນັ້ນກໍສາມາດຊ່ວຍໄດ້.
ທັງໝົດນີ້ກໍເປັນວິທີທີ່ສາມາດເຮັດໃຫ້ທ່ານປະຢັດຄ່າໃຊ້ຈ່າຍໃນຍຸກນ້ຳມັນແພງ ເອີ້ນວ່າເປັນສິ່ງງ່າຍໆທີ່ສາມາດໃຊ້ໄດ້ໃນຊີວິດປະຈຳວັນຂອງຍຸກນີ້ ສະນັ້ນຫາກທ່ານສາມາດປັບຕົວໄດ້ ກໍສາມາດປະຢັດຄ່າໃຊ້ຈ່າຍໄດ້ພໍສົມຄວນ

- 4 - ການປັບຕົວໃຫ້ເຂົ້າກັບຍຸກທີີ່ນ້ຳມັນແພງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!