ຫລາຍປະເທດຮ່ວມກັນສົ່ງເສີມຜູ້ປະກອບກິດຈະການໃໝ່
March 27, 2017 - 10:17 AM


ທ່ານນາງ ສຸພາພອນ ສວນນະວົງ ຜູ້ສ້າງຕັ້ງວິສາຫະກິດ ໂຕະລາວ ແລະ ເປັນໜຶ່ງໃນຜູ້ນຳທີ່ສຳຄັນໃນວົງການສົ່ງເສີມຜູ້ປະກອບກິດຈະການໃໝ່ໃນລາວ ກ່າວວ່າ: ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອແນ່ໃສ່ການສ້າງກິດຈະກຳຕ່າງໆເພື່ອສົ່ງເສີມຜູ້ປະກອບກິດຈະການໃໝ່ໃນລະດັບພູມິພາກ ເພື່ອຜູ້ເຂົ້າຮ່ວມໄດ້ມີໂອກາດໃນການພັດທະນາກິດຈະກຳສົ່ງເສີມຜູ້ປະກອບກິດຈະການໃໝ່ທີ່ຈະເຊື່ອມໂຍງກັນໃນລະດັບພາກພື້ນລະຫວ່າງ ຜູ້ປະກອບກິດຈະການຕ່າງໆກັບລູກຄ້າ, ກຸ່ມຜູ້ໃຫ້ຄຳປຶກສາ ແລະ ລູກຈ້າງ, ພ້ອມນີ້ ບັນດາຜູ້ປະກອບການຍັງໄດ້ນຳສະເໜີແນວຄວາມຄິດໃນການຈັດຕັ້ງປະຕິບັດກິດຈະກຳຂອງຕົນຕໍ່ກອງປະຊຸມ, ໃນນັ້ນມີ 3 ໂຄງການເທົ່ານັ້ນທີ່ໄດ້ຮັບທຶນສະໜັບສະໜູນ, ໂດຍກອງປະຊຸມຄັ້ງນີ້ ຈະຊ່ວຍສ້າງກິດຈະກຳຈຳນວນຫລາຍ ເພື່ອໃຫ້ຜູ້ປປະກອບກິດຈະການໃໝ່ສາມາດເຂົ້າເຖິງແຫລ່ງຂໍ້ມູນ ແລະ ແຫລ່ງທຶນໃນລະດັບພູມິພາກ, ທີ່ຜ່ານອົງການຈັດຕັ້ງຕ່າງໆໃນແວດວົງຜູ້ປະກອບການກິດຈະການໃໝ່ໃນແຕ່ລະປະເທດ.