ອາເຊນອລ ກຽມຫາຕົວແຟນບານສຽດສີສີຜິວ-ເຊື້ອຊາດ ມາດຳເນີນຄະດີ




ຄວັນຫລົງການແຂ່ງຂັນພຣີເມຍລີກ ອັງກິດ ນັດທີ 2021-22 ອາເຊນອລ ເປີດບ້ານເສຍໃຫ້ ລີເວີພູລ 0-2 ເຮັດໃຫ້ ຢຸດສະຖິຕິຊະນະລວດ 7 ນັດ ໂດຍແຂ່ງຂັນ 27 ນັດ ມີ 51 ຄະແນນ ຄອງອັນດັບ 4 ຕາຕະລາງ ສ່ວນ ລີເວີພູລ ແຂ່ງ 29 ນັດ ມີ 69 ຄະແນນ ຄອງອັນດັບຮອງຜູ້ນຳ ຕາມຫລັງ ແມນເຊສເຕີ ຊິຕີ ຢູ່ພຽງ 1 ຄະແນນ.
ຢ້ອນກັບໄປໃນໄລຍະພັກເຄິ່ງການແຂ່ງຂັນແຟນບານທີ່ຖືປີ້ລາຍປີຂອງ ອາເຊນອລ ຖືກສຽດສີຜິວ ແລະ ເຊື້ອຊາດ ລວມເຖິງທຳຮ້າຍຮ່າງກາຍ ເບື້ອງຕົ້ນແຟນບານຄົນດັ່ງກ່າວໄດ້ແຈ້ງຄວາມດຳເນີນຄະດີໄວ້ຮຽບຮ້ອຍແລ້ວ ແລະ ທາງສະໂມສອນອາເຊນອລ ກໍໄດ້ຂໍຮ້ອງໃຫ້ຄົນທີ່ເຫັນເຫດການດັ່ງກ່າວ ຕິດຕໍ່ເຂົ້າໃຫ້ຂໍ້ມູນກັບເຈົ້າຫນ້າທີ່ເພື່ອຫາຕົວຄົນຜິດມາລົງໂທດໂດຍໄວ.
ຫລ້າສຸດ ສະໂມສອນ ອາເຊນອລ ໄດ້ອອກຖະແຫລງການຢ່າງເປັນທາງວ່າ : ‘‘ ເຮົາໄດ້ຕິດຕໍ່ກັບແຟນບານທີ່ຖືປີ້ລາຍປີຄົນນັ້ນໄປແລ້ວ ແລະ ໄດ້ຮັບຢືນຢັນວ່າ ລາວຖືກສຽດສີເຊື້ອຊາດ ແລະ ສີຜິວ ລວມເຖິງທຳຮ້າຍຮ່າງກາຍ ໃນໄລຍະເວລາພັກເຄິ່ງເກມພຮີເມຍລີກກັບລີເວີພູລ ໃນວັນພຸດທີ 16 ມີນາທີ່ຜ່ານມາ ’’.
‘‘ ເບື້ອງຕົ້ນເຫຍື່ອໄດ້ແຈ້ງຄວາມດຳເນີນຄະດີໄວ້ຮຽບຮ້ອຍແລ້ວ ແລະ ທາງສະໂມສອນອາເຊນອລ ໄດ້ຂໍຮ້ອງໃຫ້ຄົນທີ່ເຫັນເຫດການດ່ັງກ່າວ ຕິດຕໍ່ເຂົ້າໃຫ້ຂໍ້ມູນກັບເຈົ້າຫນ້າທີ່ເພື່ອຫາຕົວຄົນຜິດມາລົງໂທດໂດຍໄວ້ ’’.
‘‘ ອາເຊນອລ ເປັນບ້ານສຳລັບທຸກຄົນ ແລະ ເຮົາຂໍຕໍ່ຕ້ານຄວາມຮຸນແຮງທຸກຮູບແບບຢ່າງຈິງຈິງ ເຮົາຈະບໍ່ຢູ່ລ້າກັບພຶດຕິກຳແບບນີ້ ເຮົາຈະຍັງຄົງຕິດຕໍ່ກັນ ແລະ ໃຫ້ການຊ່ວຍເຫລືອແຟນໆຂອງເຮົາທີ່ຕົກເປັນເຫຍື່ອຂອງເຫດການແບບນີ້ຕໍ່ໄປ ’’.