ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງ ເລກທີ 03/ຈນວ ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ

- 17626158 1497191530323102 1404578303643821257 n - ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງ ເລກທີ 03/ຈນວ  ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ
- kitchen vibe - ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງ ເລກທີ 03/ຈນວ  ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ

ວັນທີ 16 ມີນາ 2022 ນະຄອນຫລວງວຽງຈັນອອກຄໍາສັ່ງ ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັ້ນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ
ເນື່ອງຈາກວ່າມີຫາງສຽງສັງຄົມບໍ່ພໍໃຈ ແລະ ທຸກໃຈຫຼາຍຕໍ່ມົນລະພິດທາງສຽງທີ່ມີຢ່າງຫລວງຫຼາຍ ຢູ່ນະຄອນຫລວງວຽງຈັນ ໃນປະຈຸບັນ ແລະ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ມີສະພາບ ຈິດໃຈ ແລະ ຮ່າງກາຍທີ່ດີ ໃນທົ່ວນະຄອນຫລວງວຽງຈັນ.

- 03                                                                                                                                                                             001 - ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງ ເລກທີ 03/ຈນວ  ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ

ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງ:
1. ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານກິນດື່ມທຸກປະເພດ ທົ່ວນະຄອນຫລວງວຽງຈັນ ເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ ຍົກເວັ້ນກິດຈະກໍາທີ່ຈະຈັດຂຶ້ນເປັນບາງຄັ້ງບາງຄາວ ທີ່ໄດ້ຮັບອະນຸຍາດຢ່າງເປັນທາງການຈາກອົງການປົກຄອງບ້ານ, ເມືອງ, ນະຄອນຫລວງວຽງຈັນ ແລະ ລັດຖະບານ.
2. ງານ ຫລື ກິດຈະກໍາໃດທີ່ໄດ້ຮັບອະນຸຍາດໃຫ້ເປີດເຄື່ອງຂະຫຍາຍສຽງ ຫລື ສຽງດົນຕີນັ້ນຕ້ອງຮັບປະກັນບໍ່ໃຫ້ລະດັບຂອງສຽງດົນຕີ ຫລື ສຽງເສບດົນຕີ ກາຍລະດັບດີຊີເບວທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ສິລະປະການ ສະແດງ ສະບັບເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ 2017 ຫມວດທີ 3 ມາດຕາ 42 ຂໍ້ 3 ແລະ ບໍ່ໃຫ້ເປີດເຄື່ອງ ຂະຫຍາຍສຽງດົນຕີ ຫລື ເສບດົນຕີສົ່ງສຽງເນືອງນັນ ກາຍເວລາ 23:00 ໂມງຢ່າງເດັດຂາດ.
3. ມາດຕະການຕໍ່ຜູ້ລະເມີດ:
ກ. ສໍາລັບບຸກຄົນ:
– ກ່າວເຕືອນເທື່ອທີ 1 ແລະ ໃຫ້ຢຸດເຊົາທັນທີ;
– ກ່າວເຕືອນເທື່ອທີ 2 ພ້ອມທັງປັບໃຫມ 500.000-3.000.000 ກີບ ແລະ ໃຫ້ຢຸດເຊົາທັນທີ.
– ກ່າວເຕືອນເທື່ອທີ 3 ພ້ອມທັງປັບໃຫມ 500.000-3.000.000 ກີບ, ຢືດເຄື່ອງຂະຫຍາຍສຽງ ຫລື ເຄື່ອງເສບດົນຕີ ແລະ ຫລື ນໍາຕົວເຈົ້າຂອງຈັດກິດຈະກໍາ ຫລື ເຈົ້າຂອງເຄື່ອງຂະຫຍາຍສຽງ ຫລື ເຄື່ອງເສບດົນຕີ ໄປ ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.
ຂ. ສໍາລັບນິຕິບຸກຄົນ:
– ກ່າວເຕືອນເທື່ອທີ 1 ແລະ ໃຫ້ຢຸດເຊົາທັນທີ;
– ກ່າວເຕືອນເທື່ອທີ 2 ສັ່ງໃຫ້ຢຸດເຊົາທັນທີ ແລະ ປັບໃຫມ 5.000.000-10.000.000 ກີບ.
– ກ່າວເຕືອນເທື່ອທີ 3 ສັ່ງໃຫ້ຢຸດເຊົາທັນທີ ແລະ ປັບໃຫມ 5.000.000-10.000.000 ກີບ, ຢືດເຄື່ອງ ຂະຫຍາຍສຽງ ຫລື ເຄື່ອງເສບດົນຕີ ແລະ ຖອນໃບອະນຸຍາດການເຄື່ອນໄຫວສິລະປະການສະແດງ ແລະ ໃບອະນຸຍາດການດໍາເນີນທຸລະກິດ ແລະ ຫລື ນໍາຕົວເຈົ້າຂອງກິດຈະການ ຫລື ເຈົ້າຂອງເຄື່ອງຂະຫຍາຍສຽງ ຫລື ເຄື່ອງເສບ ດົນຕີ ໄປດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.
ຄ. ສໍາລັບເຈົ້າໜ້າທີ່ຂອງລັດ:
ກໍລະນີເຈົ້າໜ້າທີ່ກ່ຽວຂ້ອງ ເມີນເສີຍ ຫລື ປະລະໜ້າທີ່ ບໍ່ບັງຄັບປະຕິບັດມາດຕະການໄວ ຕາມການໂທແຈ້ງ ເຂົ້າມາຂອງພົນລະເມືອງ ຫລື ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກມົນລະພິດທາງສຽງນັ້ນ ຈະຖືກພິຈາລະນາລົງວິໄນ ຫລື ດໍາເນີນຄະດີປົກຄອງຕາມແຕ່ກໍລະນີເບົາ ຫລື ໜັກ.

- 03                                                                                                                                                                             002 - ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງ ເລກທີ 03/ຈນວ  ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ

4. ການຈັດຕັ້ງປະຕິບັດ.
– ເປີດໂທລະສັບສາຍດ່ວນ ເພື່ອຮັບແຈ້ງມົນລະພິດທາງສຽງ ໝາຍເລກ 020 28899774 ຂອງກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ແລະ ໝາຍເລກ 020 55609035, 020 52555512 ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ;
– ໃຫ້ເຈົ້າໜ້າທີ່ ປກສ – ກອງຫຼອນບ້ານ, ປກສ – ທະຫານເມືອງ, ນະຄອນຫລວງວຽງຈັນ ແລະ ເຈົ້າໜ້າທີ່ ຂະແຫນງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຕ່ລະຂັ້ນ ເປັນເຈົ້າການແຕ່ງຕັ້ງຜູ້ຮັບຜິດຊອບ, ຜູ້ປະຈໍາ ການ, ຕິດຕາມ, ກວດກາ ແລະ ບັງຄັບປະຕິບັດມາດຕະການທີ່ວາງອອກຂ້າງເທິງນີ້ ຢ່າງເຂັ້ມງວດ ແລະ ລາຍງານ ກໍລະນີລະເມີດມາດຕະການໃຫ້ຂັ້ນເທິງຂອງຕົນຊາບ ຢ່າງເປັນປົກກະຕິ;
– ພົນລະເມືອງທີ່ໄດ້ຮັບຜົນກະທົບຈາກມົນລະພິດທາງສຽງ ລາຍງານ ຫລື ໂທແຈ້ງຜ່ານໂທລະສັບສາຍດ່ວນ.
– ພົນລະເມືອງທຸກຄົນ ຍົກສູງຄວາມຮັບຜິດຊອບຕໍ່ສັງຄົມ, ຄອບຄົວເຮືອນຂ້າງຄຽງ ແລະ ເຄົາລົບ ປະຕິບັດມາດຕະການທີ່ວາງອອກຂ້າງເທິງນີ້ ຢ່າງເຂັ້ມງວດ.
5. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງ ເລກທີ 03/ຈນວ  ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ
- 5 - ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງ ເລກທີ 03/ຈນວ  ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!