ພວກເຮົາ ຕ້ອງຮ່ວມກັນເປັນເຈົ້າການປ້ອງກັນພະຍາດໂຄວິດ-19

- 5ab99128 6c4e 4685 8d04 86bda87b6b72 - ພວກເຮົາ ຕ້ອງຮ່ວມກັນເປັນເຈົ້າການປ້ອງກັນພະຍາດໂຄວິດ-19
- kitchen vibe - ພວກເຮົາ ຕ້ອງຮ່ວມກັນເປັນເຈົ້າການປ້ອງກັນພະຍາດໂຄວິດ-19

ເນື່ອງຈາກການບັນລຸເປົ້າໝາຍສັກວັກຊິນແຕ່ລະໄລຍະລວມທັງປະເທດເຮົາສາມາດຜະລິດຢາປິ່ນປົວພະ ຍາດໂຄວິດ-19 ໄດ້ເອງ, ແຕ່ຈຸດພິເສດຂອງຄົນລາວພວກເຮົາຈະປັບແນວໃດໂດຍສະເພາະການຈັດກິດ ຈະກຳ, ບຸນ… ທີ່ມີຄົນຮ່ວມຫລາຍ ແລະ ໃຊ້ເວລາຫລາຍ ນີ້ຄືໜຶ່ງຄວາມເປັນຫ່ວງຂອງຫລາຍທ່ານທີ່ສະແດງຄວາມຄິດເຫັນຫລັງຜູ້ຕິດພະຍາດນີ້ເພີ່ມຂຶ້ນຊັກໄຊ້.

ບຸນສິນກິນທານ, ບຸນປະເພນີ…ຍາມນີ້ອ່າວຖີ່ ເພາະເປັນຄວາມເຊື່ອຖື ຂະນະທີ່ແຕ່ຕົ້ນປີ 2022 ມານີ້ພວກເຮົາຢູ່ໃນໄລຍະປະຕິບັດມາດຕະການຜ່ອນຜັນ, ກິດຈະກຳຕ່າງໆທີ່ເຕົ້າໂຮມຄົນຫລາຍ ມີຫລາຍຂຶ້ນ, ແຕ່ຂະໜາດນ້ອຍ ໃຊ້ເວລາບໍ່ຫລາຍ. ແນວໃດກໍດີມີຄໍາເຫັນຈໍານວນໜຶ່ງສະແດງຄວາມເປັນຫ່ວງເມື່ອແຕ່ວັນຈັນທີ 14 ຕົວເລກຜູ້ຕິດເຊື້ອກະໂດດຂຶ້ນຈາກ 300 ກວ່າ ເປັນ 700 ກວ່າ 800 ກວ່າ ແລະ 1.500 ກວ່າໃນມື້ນີ້ ເຫັນການກະໂດດຂຶ້ນແນວນີ້ແລ້ວ ໝາຍວ່າ ພວກເຮົາຍັງຈະຕ້ອງພ້ອມກັນມີສະຕິສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ຕື່ມໂດຍບໍ່ໄປບ່ອນມີການເຕົ້າໂຮມຄົນຫລາຍ ເພາະຫລາຍຄົນຍ່ອມມີພູມຕ້ານ ທານຕ່າງກັນ, ບາງຄອບຄົວທີ່ມີຜູ້ເຖົ້າ, ມີຜູ້ເປັນພະຍາດປະຈໍາຕົວ…ຕ້ອງລະວັງເປັນພິເສດ… ການເຮັດ ບຸນສິນກິນທານ, ດອງ, ເຮືອນດີ-ຊາປະນະກິດສົບ ບາງບ່ອນຕັ້ງໜ້າປະຕິບັດບັນດາມາດຕະການອັນເປັນພື້ນຖານ, ແຕ່ກໍມີບາງບ່ອນຍັງເຮັດບໍ່ທັນໄດ້ດີເທື່ອ ກ່າວເຕືອນໃຫ້ຮັກສາໄລຍະຫ່າງ ແຕ່ພັດບຽດແຫຍ້ກັນ ມີເຈວລ້າງມືແຕ່ຈຳນວນໜຶ່ງເມີນເສີຍ…ອີກໜຶ່ງຄວາມເຫັນສະແດງຄວາມເປັນຫ່ວງເມື່ອພົບບັນດາຮ້ານບໍລິ ການຂອງແກ້ມ-ສິ່ງມຶນເມົາ ທັງໃນຕົວເມືອງໃຫຍ່ ແລະ ເຂດທ່ອງທ່ຽວ ເລີ່ມຄຶກຄັກ ເນື່ອງຈາກຄົນໄປໃຊ້ບໍລິການຫລາຍ(ເຕົ້າໂຮມຄົນຫລາຍ) ແລະ ອີກໜຶ່ງຄວາມຄິດທີ່ມັກໄດ້ຍິນຄື ບໍ່ຢ້ານດອກໂຄວິດ ຢ້ານແຕ່ຫິວຕາຍ ສາມາດຄິດແບບນີ້ໄດ້ ແຕ່ທາງກັບຄວນຄິດນຳກັນວ່າ ເມື່ອເພີ່ມຂຶ້ນຫລາຍແນວນີ້ ກໍຄວນເປັນເຈົ້າການປ້ອງກັນຮ່ວມກັນ.

- Visit Laos Visit SALANA BOUTIQUE HOTEL - ພວກເຮົາ ຕ້ອງຮ່ວມກັນເປັນເຈົ້າການປ້ອງກັນພະຍາດໂຄວິດ-19

ສະຫລຸບແລ້ວພວກເຮົາຍັງຕ້ອງສືບຕໍ່ມີສະຕິປ້ອງກັນພະຍາດໂຄວິດ-19 ຈົນກວ່າຈະປະກາດຜ່ອນຜັນຕື່ມ ຫລື ຍົກເລີກບັນດາມາດຕະການທີ່ພາກັນປະຕິບັດຜ່ານມາ ແລະ ເພື່ອທຸກຄົນປອດໄພຈາກໂຄວິດ-19ຍັງຕ້ອງໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍສະບູ ຫລື ນໍ້າຢາລ້າງມື, ຮັກສາໄລຍະຫ່າງລະຫວ່າງກັນ…

- 5 - ພວກເຮົາ ຕ້ອງຮ່ວມກັນເປັນເຈົ້າການປ້ອງກັນພະຍາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!