ແຣສຟອດ-ຊານໂຊ ບໍ່ມີຊື່ຕິດທີມຊາດອັງກິດ




ມາຄັສ ແຣສຟອດ ດາວຍິງຕີນຝືດຂອງສະໂມສອນ ແມນເສເຕີ ຢູໄນເຕັດ ກອດຄໍຫມູ່ສະຫນິດ ຈາດອນ ຊານໂຊ ຫລຸດແຜນລາຍຊື່ຕິດທີມຊາດອັງກິດ, ສ່ວນ ມາ ເກຮີ ກອງຫລັງ ຄຣິສຕັນ ພາເລດ ຕິດທີມຊາດຄັ້ງທຳອິດ.
ແກເຣັດ ເຊົາເກດ ຜູ້ຈັດການທີມຊາດອັງກິດ ປະກາດລາຍຊື່ນັກເຕະ ຊຸດກຽມລົງແຂ່ງຂັນກັບ ສະວິດເຊີແລນ ວັນທີ 26 ມີນານີ້, ແລະ ກັບ ໄອວໍຣີໂຄດ ວັນທີ 29 ມີນາ ອອກມາຮຽບຮ້ອຍແລ້ວ ປາກົດວ່າ ບໍ່ມີຊື່ຂອງ ມາຄັສ ແຣສຟອດ ແລະ ຈາດອນ ຊານໂຊ 2 ດາວດັງຈາກ ແມນເຊສເຕີ ຢູໄນເຕັດ.
ແຣສຟອດ ສ້າງຜົນງານໄດ້ຢ່າງຕົກຕຳ່ຕະຫລອດໄລຍະຫລາຍອາທິດທີ່ຜ່ານມາ ຈົນເຮັດໃຫ້ຫລຸດຈາກທີມຊາດ ສ່ວນ ຊານໂຊ ເຖິງຈະເຮັດຜົນງານໃຫ້ ແມນເຊສເຕີ ຢູໄນເຕັດ ໄດ້ດີໃນໄລຍະຫລັງ ແຕ່ກໍຖືກ ເຊົາເກດ ເບິ່ງຂ້າມຄືກັນ ຫລັງເຄີຍຫລຸດທີມຊາດມາແລ້ວຄັ້ງຫນຶ່ງເມື່ອເດືອນພະຈິກທີ່ຜ່ານມາ.
ສ່ວນທາງດ້ານ ມາກ ເກຮີ ກອງຫລັງຜົນງານດີຂອງ ຄຣິສຕັນ ພາເລດ ຖືກຮຽກມາຕິດທີມຊາດເປັນຄັ້ງທຳອິດ ແລະ ມີໂອກາດຈະໄດ້ລົງສະຫນາມໃນເກມພົບ ໄອວໍຣີໂຄດ ເຊິ່ງເປັນແຜ່ນດິນເກີດຂອງຕົນເອງ.