ສປປ ເກົາຫລີ ປະກາດເອົາຄືນອາເມລິກາ ຫລາຍພັນເທົ່າຫລັງເຮັດໃຫ້ຖືກຂວ້ຳບາດ

- 1502093504614 960x0 - ສປປ ເກົາຫລີ ປະກາດເອົາຄືນອາເມລິກາ ຫລາຍພັນເທົ່າຫລັງເຮັດໃຫ້ຖືກຂວ້ຳບາດ
- kitchen vibe - ສປປ ເກົາຫລີ ປະກາດເອົາຄືນອາເມລິກາ ຫລາຍພັນເທົ່າຫລັງເຮັດໃຫ້ຖືກຂວ້ຳບາດ

ສປປ ​ເກົາຫລີ ອອກ​ຖະ​ແຫລ​ງການ​ປະນາມ​ອົງການ​ສະຫະ​ປະຊາ​ຊາດ ຫລື UN ​ໃນ​ການ​ໃຊ້​ມາດ​ຕະການ​ຂວ້ຳບາດ​ຄັ້ງ​ໃໝ່​ຕໍ່​ກໍລະນີ​ໂຄງການ​ອາວຸດ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ ​ແລະ ກ່າວ​ວ່າ: ຈະ​ເອົາ​ຄືນ​ອາ​ເມ​ລິ​ກາ​ຫລາຍ​ພັນ​ເທົ່າ​ໃນ​ຖານະ​ຜູ້​ບົ່ງ​ການ​ໃຫ້​ເກີດ​ການ​ໂດດດ່ຽວ ສປປ ​ເກົາຫລີ.

ສຳນັກ​ຂ່າວ​ກາງ​ເກົາຫລີ (KCNA) ​ເຜີຍ​ແຜ່​ຖະ​ແຫລ​ງການ​ຈາກ​ທາງ​ການ ສປປ ​ເກົາຫລີ ລະບຸ​ວ່າ: ມາດ​ຕະການ​ຂວ້ຳບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ (UNSC) ມີ​ອາ​ເມ​ລິ​ກາ​ເປັນ​ຜູ້​ຢູ່​ເບື້ອງຫລັງ ​ເພື່ອ​ໂດ​ດດ່ຽວ ສປປ ​ເກົາຫລີ ມາດ​ຕະການ​ດັ່ງກ່າວ​ຖື​ວ່າ​ເປັນ​ການລະ​ເມີດ​ອະທິປະ​ໄຕ​ຂອງ​ປະ​ເທດ​ຢ່າງ​ຮ້າຍ​ແຮງ ​ແລະ ສປປ ​ເກົາຫລີ ຈະ​ບໍ່​ຍອມ​ເຈລະຈາ ຫລື ຖອຍ​ໂຄ​ງການ​ອາວຸດ​ນິວ​ເຄຼຍພຽງ​ແຕ່​ກ້າວ​ດຽວ ​ເຖິງ​ວ່າ​ຈະ​ຕ້ອງ​ຜະ​ເຊີນ​ໄພ​ຄຸກ​ຄາມ​ຈາກ​ອາ​ເມ​ລິ​ກາ​ກໍ​ຕາມ, ອາ​ເມ​ລິ​ກາ​ຈະ​ຕ້ອງ​ຖື​ກ​ເອົາ​ຄືນ​ຢ່າງ​ສາ​ສົມ​ຫລາຍ​ພັນ​ເທົ່າ ​ແລະ ກ່າວ​ວ່າ: ອາ​ເມ​ລິ​ກາ​ບໍ່​ໄດ້​ປອດ​ໄພ​ຈາກ​ອາວຸດ​ຂອງ ສປປ ​ເກົາຫລີ, ປະ​ເທດ​ອື່ນໆ​ທີ່​ສະໜັບສະໜູນ​ອາ​ເມ​ລິ​ກາ​ກໍ​ເຊັ່ນ​ກັນ.

- Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ປະກາດເອົາຄືນອາເມລິກາ ຫລາຍພັນເທົ່າຫລັງເຮັດໃຫ້ຖືກຂວ້ຳບາດ

​ໃນທ້າຍ​ອາທິດ​ຜ່ານ​ມາ, UNSC ມີ​ມະຕິ​ໃຊ້​ມາ​ດຕະການ​ຂວ້ຳບາດ​ຄັ້ງ​ໃໝ່ ​ເຊິ່ງປະກອບ​ມີ​ຄຳ​ສັ່ງ​ຫ້າມ ສປປ ​ເກົາຫລີ ສົ່ງ​ອອກ​ຖ່ານ​ຫີນ, ​ເຫລັກ ​ແລະ ​ແຮ່​ເຫລັກ, ຊືນ ​ແລະ ​ແຮ່​ຊືນ, ປາ ​ແລະ ອາຫານ​ທະຫານ ລວມ​ເປັນ​ມູນ​ຄ່າ​ຫລາຍ​ກວ່າ 1.000 ລ້ານ​ໂດ​ລາ​ສະຫະລັດ.

- 3 - ສປປ ເກົາຫລີ ປະກາດເອົາຄືນອາເມລິກາ ຫລາຍພັນເທົ່າຫລັງເຮັດໃຫ້ຖືກຂວ້ຳບາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!