ໜັງສືພິມອີຣານວິຈານ ສສ ແຫ່ຖ່າຍຮູບຜູ້ແທນລະດັບສູງຂອງ EU


ໜັງສືພິມຢູ່ອີຣານວິຈານໜັກກໍລະນີບັນດາສະມາຊິກສະພາຜູ້ແທນລາສະດອນໃນລັດຖະສະພາແຫ່ຂໍຖ່າຍຮູບກັບທ່ານນາງ ເຟເດຣິກາ ໂມເກຣິນິ ຫົວໜ້ານະໂຍບາຍຕ່າງປະເທດສະຫະພາບເອີຣົບ (EU) ລະຫວ່າງການເດີນທາງມາຢ້ຽມຢາມ ເພື່ອຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງເປັນສະໄໝທີ 2 ຂອງປະທານາທິບໍດີ ຮັດຊັນ ໂຣຮານີ.
ໜັງສືພິມລາຍວັນສະບັບໜຶ່ງແຕ້ມຮູບກາຕູນຮຽນແບບນາງ ໂມເກຣິນີ ຢູ່ໃນອາການຢ້ານກົວຄືທີ່ປາກົດຢູ່ໃນຮູບແຕ້ມ The Scream ຜົນງານຂອງທ່ານ ເອັດເວິດ ມຸງ ຈິດຕະກອນຊາວນອກແວ ແລະ ຍັງຖືກອ້ອມຮອບໄປດ້ວຍບັນດາ ສສ ຖືໂທລະສັບມືຖືຖ່າຍຮູບຈາກມຸມຕ່າງໆພາຍໃນສະພາຂອງອີຣານ ແລະ ມີການຂຽນອະທິບາຍວ່າ: ເຫດການນີ້ສະແດງໃຫ້ເຫັນເຖິງການບໍ່ໄດ້ຮັບການສຶກສາທີ່ເໝາະສົມໃນປະເທດ.
ສ່ວນໜັງສືພິມອີກສະບັບໜຶ່ງລະບຸວ່າ: ບັນດາ ສສ ເຊິ່ງເປັນຜູ້ທີ່ຄວນເຮັດໜ້າທີ່ປົກປ້ອງສິດຂອງປະເທດຈາກສັດຕູ ພັດຮຽງໜ້າຕໍ່ແຖວຂໍຖ່າຍຮູບກັບບັນດາຜູ້ລະເມີດສິດທິເຫລົ່ານັ້ນຢ່າງອັບປະຍົດ.
ສ່ວນຄວາມຄິດເຫັນຈາກສັງຄົມອອນລາຍ ຜູ້ໃຊ້ທະວິດເຕີຄົນໜຶ່ງຂຽນຂໍ້ຄວາມລະບຸວ່າ: ເຖິງບັນດາ ສສ ຂອບໃຈທີ່ສ້າງຄວາມອັບອາຍໃຫ້ປະຊາຊົນ 80 ລ້ານຄົນທົ່ວປະເທດ. ນອກຈາກນີ້ ຍັງມີການແຕ້ມຮູບປຽບທຽບກັບເຈົ້າຍິງສະໂນໄວ ທີ່ຖືກອ້ອມຮອບໄປດ້ວຍບັນດາຄົນແຄະທັງ 7. ຂະນະທີ່ນາງ ໂມເກຣິນີ ບໍ່ມີການສະແດງຄວາມຄິດໃນເລື່ອງນີ້.