ຊະເວເຣຟ ຄວ້າແຊ໊ມເຕັນນິສລາຍການທີ 4 ຂອງປີ ທີ່ວໍຊິງຕັນ ດີຊີ

- news elMvwIXfBc093423 533 - ຊະເວເຣຟ ຄວ້າແຊ໊ມເຕັນນິສລາຍການທີ 4 ຂອງປີ ທີ່ວໍຊິງຕັນ ດີຊີ
- kitchen vibe - ຊະເວເຣຟ ຄວ້າແຊ໊ມເຕັນນິສລາຍການທີ 4 ຂອງປີ ທີ່ວໍຊິງຕັນ ດີຊີ

- news elMvwIXfBc093423 533 300x200 - ຊະເວເຣຟ ຄວ້າແຊ໊ມເຕັນນິສລາຍການທີ 4 ຂອງປີ ທີ່ວໍຊິງຕັນ ດີຊີ
ການແຂ່ງຂັນເຕັນນິສ ເອທີ ພີທົວ ແລະ ດັບເບິລຢູທີເອ ທົວ ລາຍການ ຊິຕີ ໂອເພນ ທີ່ນະຄອນ ຫຼວງວໍຊິງຕັນ ດີຊີ ສະຫະລັດ ອາເມຣິກາ ປະເພດຊາຍກ່ຽວ ຮອບຊີງຊະນະເລີດ ອະເລັກຊານ ເດີ ຊະເວເຣຟ ຈາກ ເຢຍລະມັນ ມືວາງອັນດັບ 5 ຂອງລາຍການ ເອົາຊະນະ ເຄວິນ ແອນເດີສັນ ມືວາງອັນດັບ 15 ຂອງລາຍ ການຈາກ ແອຟຣິກາໃຕ້ 6-4, 6-4 ສາມາດຄວ້າແຊ໊ມລາຍ ການທີ 4 ຂອງປີນີ້ໄດ້ສຳເລັດ ຕໍ່ຈາກທີ່ ມົງເປລລິເຢ, ມິວນິກ ແລະ ນະຄອນຫຼວງໂຣມ.
ສ່ວນປະເພດຍິງດ່ຽວຮອບຊີງຊະນະເລີດ ເອຄາເທຣິນາ ມາ ຄາໂຣວາ ມືວາງອັນດັບ 7 ຂອງ ລາຍການຈາກ ຣັດເຊຍ ແຊງເອົາ ຊະນະ ຈູເລຍ ຈໍເກສ ສາວງາມຈ າກ ເຢຍລະມັນ ມືວາງອັນດັບ 4 ຂອງລາຍການ 3-6, 7-6, 6-0. ຄວ້າແຊ໊ມລາຍການທຳອິດ ນັບແຕ່ປີ 2014 ແລະ ເປັນລາຍ ການທີ 3 ໃນຊີວິດ.
ດ້ານການແຂ່ງຂັນເຕັນນິສດັບເບິລຢູທີເອ ທົວລາຍການ ແບງ ອອຟ ເດິ ເວສ ຄລາສສິກ ທີ່ເມືອງສະແຕມຟອດ ສະຫະລັດ ອາເມຣິກາ ປະເພດຍິງດ່ຽວຮອບ ຊີງຊະນະເລີດ ເມດິສັນ ຄີ ນັກເຕັນ ນິສເຈົ້າຖິ່ນ ມືວາງອັນດັບ 3 ຂອງ ລາຍການ ໄດ້ແຊ໊ມ ດັບເບິລຢູທີເອ ທົວ ເປັນຄັ້ງທີ 3 ຫຼັງເອົາຊະນະ ໂຄໂຄ ແວນເດີເວກ ມືວາງອັນດັບ 6 ຂອງລາຍການຈາກ ສະຫະລັດ 7-6, 6-4.

- 5 - ຊະເວເຣຟ ຄວ້າແຊ໊ມເຕັນນິສລາຍການທີ 4 ຂອງປີ ທີ່ວໍຊິງຕັນ ດີຊີ
- Visit Laos Visit SALANA BOUTIQUE HOTEL - ຊະເວເຣຟ ຄວ້າແຊ໊ມເຕັນນິສລາຍການທີ 4 ຂອງປີ ທີ່ວໍຊິງຕັນ ດີຊີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!