ທັບສາວຮອລແລນ ຄວ້າແຊ໊ມບານເຕະຍິງຊີງແຊ໊ມເອີຣົບ 2017

- news201708070146791 - ທັບສາວຮອລແລນ ຄວ້າແຊ໊ມບານເຕະຍິງຊີງແຊ໊ມເອີຣົບ 2017
- kitchen vibe - ທັບສາວຮອລແລນ ຄວ້າແຊ໊ມບານເຕະຍິງຊີງແຊ໊ມເອີຣົບ 2017

- news201708070146791 300x169 - ທັບສາວຮອລແລນ ຄວ້າແຊ໊ມບານເຕະຍິງຊີງແຊ໊ມເອີຣົບ 2017
ທີມບານເຕະຍິງ ຮອລແລນ ເຈົ້າພາບປະກາດຄວາມຍິ່ງໃຫຍ່ຄວ້າແຊ໊ມບານເຕະຍິງຊີງແຊ໊ມ ແຫ່ງເອີຣົບ ປະຈຳປີ 2017 ຫຼັງ ຈາກເອົາຊະນະ ເດນມາກ 4-2 ໃນນັດຊີງຊະນະເລີດໃນວັນອາ ທິດ 6 ສິງຫາຜ່ານມາ.
ນັດຊີງຊະນະເລີດມີຂຶ້ນທີ່ ເດ ກຣອສ ເວສເຕ້, ເອັນເຊເດ ທ່າມ ກາງກອງເຊຍ 28.182 ຄົນ ໂດຍມີ ເອສເທີ ສະເຕົາລີ ກຳມະ ການຍິງຊາວ ສະວິດເຊີແລນ ຕັດ ສິນ.
ຮອລແລນ ໄດ້ 4 ປະຕູຈາກ ວິວຽນ ມີເດມາ ຍິງຄົນດຽວສອງ ປະຕູ ໃນນາທີ 10, 89, ລີເກ້ ມາເທນ ນາທີ 28, ເຊຣິດາ ສະ ປິດເຊ ນາທີ 51. ໂດຍ ເດນມາກ ໄດ້ສອງປະຕູຈາກ ນາເດຍ ນາ ດິມ ຍິງຈຸດໂທດນາທີ 6 ແລະ ເພີມິລ ຮາເດີ ນາທີ 33.
ຊາຣິນາ ວຽກມານ ຜູ້ຈັດ ການທີມຍິງ ຮອລແລນ ອາຍຸ 47 ປີ ນຳທີມໄດ້ແຊ໊ມ ຢູຟາ ວີເມນ ເອີໂຣ ເປັນຄັ້ງທຳອິດໃນປະຫວັດ ສາດ ເຊິ່ງຜົນງານດີທີ່ສຸດກ່ອນ ໜ້ານີ້ ພວກເຂົາເຂ້ົາຮອບຮອງຊະ ນະເລີດປີ 2009 ທີ່ ຟີນແລນ ແລະ ການແຂ່ງຂັນ ຢູຟາ ວີເມນ ເອີໂຣ ຮອລແລນ ຊະນະທັງ 6 ນັດທີ່ລົງສະໜາມ.
ສ່ວນ ໂຈດີ້ ເທເລີ ກອງໜ້າ ອັງກິດ ຄວ້າຕຳແໜ່ງດາວຍິງ ສູງສຸດ ຍິງໄດ້ທັງໝົດ 5 ປະຕູ ຕາມດ້ວຍ ວິວຽນ ມີເດມາ 4 ປະ ຕູ ແລະ ເຊຣິດາ ສະປິດເຊ ກັບ ລີເກ້ ມາເທນ ຍິງໄດ້ຄົນລະ 3 ປະຕູ.

- 4 - ທັບສາວຮອລແລນ ຄວ້າແຊ໊ມບານເຕະຍິງຊີງແຊ໊ມເອີຣົບ 2017
- Visit Laos Visit SALANA BOUTIQUE HOTEL - ທັບສາວຮອລແລນ ຄວ້າແຊ໊ມບານເຕະຍິງຊີງແຊ໊ມເອີຣົບ 2017
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!