ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ

ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ -           3 - ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ
ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ - kitchen vibe - ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ

ວັນທີ 14 ມີນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດເກົາຫລີ (KDCA) ເຜີຍແຜນການສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃຫ້ເດັກອາຍຸ 5-11 ປີ ນັບແຕ່ວັນທີ 31 ມີນາ ເພື່ອຮັບມືການລະບາດຂອງເຊື້ອໄວຣັສຊະນິດກາຍພັນສາຍພັນໂອມິຄຣອນ ເຊິ່ງສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອ, ຜູ້ປິ່ນປົວໃນໂຮງໝໍ ແລະ ຜູ້ເສຍຊີວິດໃນກຸ່ມອາຍຸນີ້ເພີ່ມສູງ.

ສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດເກົາຫລີ ລະບຸວ່າ: ເດັກອາຍຸ 5-11 ປີ ຈະໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຂອງໄຟເຊີ ແລະ ໄບອອນເທັກ ຈຳນວນສອງໂດສ ໃນປະລິມານ 10 ໄມໂຄຣກຣາມຕໍ່ໂດສ ຕໍ່າກວ່າກຸ່ມເດັກອາຍຸ 12 ປີຂຶ້ນໄປ ເຊິ່ງໄດ້ຮັບໃນປະລິມານ 30 ໄມໂຄຣກຣາມກຕໍ່ໂດສ.

ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ

ແຜນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄັ້ງນີ້ມີຈຸດມຸ້ງໝາຍປ້ອງກັນການເຂົ້າໂຮງໝໍ ແລະ ການເສຍຊີວິດໃນເດັກອາຍຸ 5-11 ປີ ເຊິ່ງມີຈຳນວນປະມານ 3,07 ລ້ານຄົນ ພ້ອມແນະນຳເດັກທີ່ມີຄວາມສ່ຽງສູງຈາກພະຍາດປະຈຳຕົວເຂົ້າຮັບວັກຊີນນຳ.

ສ່ວນໄວລຸ້ນອາຍຸ 12-17 ປີ ທີ່ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບສອງໂດສຢ່າງໜ້ອຍ 3 ເດືອນແລ້ວ ຈະສາມາດສັກວັກຊີນໂດສສາມ ຫລື ໂດສກະຕຸ້ນ ນັບແຕ່ວັນທີ 14 ມີນາເປັນຕົ້ນໄປ.

ທັງນີ້, ສ.ເກົາຫລີ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 309.790 ຄົນ ໃນໄລຍະ 24 ຊົ່ວໂມງ ສົ່ງຜົນໃຫ້ມີຜູ້ຕິດເຊື້ອສະສົມ 6.866.222 ຄົນ ໂດຍຈຳນວນຜູ້ຕິດເຊື້ອໃໝ່ສູງເກີນ 300.000 ຄົນ ຕິດຕໍ່ກັນສາມວັນແລ້ວ. ຂະນະໂຮງຮຽນຫລາຍແຫ່ງກັບມາເປີດການຮຽນການສອນຊ່ວງຕົ້ນເດືອນມີນາ ເຊິ່ງເພີ່ມຄວາມກັງວົນກ່ຽວກັບການຕິດເຊື້ອແບບກຸ່ມກ້ອນໃນນັກຮຽນ.

ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ - 3 - ສ.ເກົາຫລີ ກຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 5-11 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!