ແຂວງສະຫວັນນະເຂດ ກຳນົດສົ່ງ 21 ປະເພດກິລາຮ່ວມ ຊຽງຂວາງ ເກມ 2018
August 7, 2017 - 4:54 PM




ກອງປະຊຸມການວາງແຜນທິດທາງແຜນການກະກຽມ ຄວາມພ້ອມຂອງພໍ່-ແມ່ປະຊາຊົນຊາວແຂວງສະຫວັນນະເຂດ ເພື່ອ ກຽມເຂົ້າຮ່ວມງານ ມະຫະກຳ ກິລາແຫ່ງຊາດ ຄັ້ງທີ 11 ທ້າຍປີ 2018 ທີ່ແຂວງຊຽງຂວາງ ເປັນ ເຈົ້າພາບຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 2 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມສະ ໜາມກິລາແຂວງ ເມືອງໄກສອນ ພົມວິຫານ (ສະໜາມກິລາຫຼັກ 4) ໂດຍພາຍໃຕ້ການເປັນປະ ທານຂອງ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ມິຄະນະພະແນກ ສຶກສາທິການ ແລະ ກິລາແຂວງ ແລະ ປັນດາ ທ່ານປະທານ ສະຫະພັນກິລາ ແຂວງ ແຕ່ລະປະເພດ ພ້ອມດ້ວຍ ຄະນະເຂົ້າຮ່ວມ.
ໂອກາດນີ້ ທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະ ແນກສຶກສາທິການ ແລະ ກິລາ ແຂວງ ໄດ້ກ່າວໃຫ້ຮູ້ວ່າ: ການກະ ກຽມບຸກຄະລາກອນທີ່ຈະເຂົ້າ ຮ່ວມງານມະຫະກຳກິລາແຫ່ງ ຊາດ ຄັ້ງທີ 11 ປີ 2018 ທີ່ ແຂວງຊຽງຂວາງ ທີ່ຈະມາຮອດ ນີ້ ແມ່ນໄດ້ກຳນົດທິດທາງແຜນ ການໄວ້ 5 ໄລຍະຄື: ໄລຍະທີ 1 ເລີ່ມແຕ່ເດືອນກັນຍາ 2017 ຫາ ເດືອນເມສາ 2018 ແມ່ນໄລຍະ ຄັດເລືອກນັກກິລາທີ່ມີເປົ້າໝາຍ ໄດຍເລັ່ງໃສ່ຄັດເລືອກເອົານັກກິ ລາໃນງານການແຂ່ງຂັນກິລາທົ່ວ ແຂວງ ຄັ້ງທີ 8 ທີ່ເມືອງທ່າປາງ ທອງ ທີ່ຈະຈັດຂຶ້ນໃນທ້າຍປີ, ໄລ ຍະທີ 2 ເລີ່ມແຕ່ເດືອນພຶດສະພາ ຫາເດືອນກໍລະກົດປີ 2018 ແຕ່ ລະສະຫະພັນກິລາປະເພດຕ່າງໆ ຈັດການແຂ່ງຂັນຄັດເລືອກໂຕນັກກິລາທີ່ດີເດັ່ນທີ່ສຸດ, ໄລຍະທີ 3 ເລີ່ມແຕ່ເດືອນ 8-9 ປີ 2018 ແມ່ນໄລະຝຶກແອບສູນ, ເຊິ່ງແມ່ນ ໄລຍະກິລາທີ່ຜ່ານຈາກການຄັດ ເລືອກມາໄລຍະ 1, ໄລຍະທີ 4 ແມ່ນໄລຍະໃຊ້ເວລາຝຶກແອບເກັບໂຕ 1 ເດືອນ ແລະ ໄລຍະທີ 5 ແມ່ນໄລຍະເຂົ້າຮ່ວມແຂ່ງຂັນ. ສຳລັບການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ຕ້ອງໃຫ້ບັນລຸຜົນຢູ່ໃນອັນ ດັບ 1-5 ຂອງທົ່ວປະເທດ, ໃນ ເບື້ອງຕົ້ນ ແຂວງສະຫວັນນະເຂດ ຄາດຄະເນຈຳນວນພົນ ແລະ ນັກກິລາ 424 ຄົນ, 21 ປະເພດກິ ລາ.
ຂ່າວຈາກ:laosportnews.com.