ເຕັກນິກຫລຸດນໍ້າໜັກໄດ້ໄວຂຶ້ນໂດຍການກິນຖົ່ວ
March 14, 2022 - 12:57 PM


- ຖົ່ວອາວມັອນ : ສາມາດກິນກ່ອນອອກກຳລັງກາຍໄດ້ ຫາກທ່ານຢາກຫລຸດນຳ້ໜັກ ເພາະວ່າຖົ່ວອາວມັອນມີກົດອະມິໂນ L-arginine ເຊິ່ງຕາມການສຶກສາທີ່ເຜີຍແຜ່ໃນວາລະສານສະມາຄົມລະຫ່ວາງປະເທດຂອງໂພຊະນາການກິລາໄດ້ບອກໄວ້ວ່າ ສານນີ້ຈະຊ່ວຍໃນການເຜົາຜານໄຂມັນ ແລະ ຄາໂບໄຮເດຣດຫລາຍຂຶ້ນໃນລະຫ່ວາງການອອກກຳລັງກາຍ. ນອກຈາກນີ້, ຍັງມີການວິໄຈບອກຕື່ມວ່າ ຄົນທີ່ຕຸ້ຍ ຫາກເລີ່ມກິນຖົ່ວອາວມັອນ ຈະຫລຸດນຳ້ໜັກໄດ້ຫລາຍກ່ວາຜູ້ທີ່ບໍ່ໄດ້ກິນຖົ່ວອາວມັອນເລີຍ.
- ຖົ່ວວອນນັດ : ໃນການສຶກສາວິໄຈທີ່ຕີພິມໃນວາລະສານ American Heart Association ພົບວ່າ ເຖິງວ່າຖົ່ວວອນນັດຈະມີປະລິມານໄຂມັນຫລາຍ, ແຕ່ສານອາຫານໃນຖົ່ວວອນນັດກໍສາມາດກະຕຸ້ນການຫລຸດນຳ້ໜັກ ແລະ ຮັກສາລະດັບຄໍເລສເຕີໂຣນທີ່ດີໃນຮ່າງກາຍໄດ້. ຖົ່ວວອນນັດມີໄຂມັນບໍ່ອີ່ມໂຕດ້ານດ່ຽວ ໂດຍສະເພາະຢ່າງຍິ່ງກົດອັລຟາໄລໂນລີລິກ ALA ເຊິ່ງແຕກຕ່າງຈາກຖົ່ວອື່ນໆ ກົດໄຂມັນບໍ່ອີ່ມໂຕດ້ານດ່ຽວ ALA ເປັນກົດໄຂມັນທີ່ຮູ້ກັນດີວ່າສາມາດເພີ່ມປະສິດທິພາບໃນການອອກກຳລັງກາຍ ແລະ ເຮັດໃຫ້ນຳ້ໜັກຫລຸດລົງໄດ້.
- ຖົ່ວເບຣຊິລ : ເປັນຖົ່ວທີ່ແຊບ ແລະ ຍັງເປັນໜຶ່ງໃນແຫ່ລງທີ່ດີທີ່ສຸດຂອງຊີລີນຽມ – ແຮ່ທາດສຳຄັນສຳລັບຮ່າງກາຍຂອງທ່ານນຳອີກ ໂດຍຊີລີນຽມເປັນໂຕເສີມສ້າງພູມຕ້ານທານ ແລະ ຊ່ວຍໃຫ້ຮ່າງກາຍຂອງທ່ານເຜົາຜານອາຫານໄດ້ດີ ສິ່ງສຳຄັນກ່ວານັ້ນຄື ສານນີ້ຈະໄປຄວບຄຸມຮໍໂມນໄທຣອຍ ເຊິ່ງເປັນໂຕຄວບຄຸມການໃຊ້ໄຂມັນຂອງຮ່າງກາຍນຳອີກ. ນອກຈາກນີ້, ຖົ້ວເບຣຊິລ ຍັງອຸດົມໄປດ້ວຍ ອາຈີນີນ ເຊິ່ງເປັນກົດອະມິໂນທີ່ກ່ຽວຂ້ອງກັບການຫລຸດນຳ້ໜັກ, ແຕ່ເຖິງແນວໃດກໍຕາມ ຖົ່ວເບຣຊິລມີກາລໍຣີຫລາຍ ດັ່ງນັ້ນ ຈຶ່ງຄວນກິນໃນປະລິມານທີ່ພໍດີພໍງາມ.
- ເມັດໝາກມ່ວງຫິມະພານ : ມີໄຂມັນໜ້ອຍກ່ວາຖົ່ວອື່ນໆ ນອກຈາກນີ້ ໂປຣຕິນໃນເມັດໝາກມ່ວຫິມະພານຍັງເປັນອາຫານວ່າງທີ່ເຮັດໃຫ້ອີ່ມຫລາຍກ່ວາເກົ່າ. ນອກຈາກນີ້, ເມັດໝາກມ່ວງຫິມະພານຍັງມີແມັກນີຊຽມຫລາຍ ຕາມການວິໄຈຂອງສະຖາບັນສຸຂະພາບໃນມະຫາວິທະຍາໄລແຫ່ງລັດໂອເຣກອນໄລນັສ ບອກວ່າ ແມັກນີຊຽມຊ່ວຍໃນການສັງເຄາະໄຂມັນ ແລະ ຄາໂບໄຮເດຣດນັ້ນເອງ.
- ຖົ່ວດິນ : ບໍ່ເຮັດໃຫ້ນຳ້ໜັກຂຶ້ນແນ່ນອນ ໂດຍນັກວິໄຈຈາກ Purdue University ໃນສະຫະລັດອາເມລິກາ ພົບວ່າ : ການບໍລິໂພກຖົ່ວດິນບໍ່ພຽງແຕ່ບໍ່ເຮັດໃຫ້ນຳ້ໜັກໂຕເພີ່ມຂຶ້ນ, ແຕ່ຍັງເຮັດໃຫ້ຮ່າງກາຍສາມາດເຜົາຜານກາລໍຣີໄດ້ຫລາຍຂຶ້ນ ເມື່ອທ່ານຢູ່ນິ້ງໆນຳອີກ ເໝາະສົມກັບຄົນທີ່ມັກກິນອາຫານວ່າງຕ່າງໆ ແລະ ຫິວງ່າຍ ການກິນຖົ່ວກິນຈະເຮັດໃຫ້ເຮົາບໍ່ຢາກກິນຫຍັງເລີຍ ເພາະກິນແລ້ວອີ່ມຫລາຍນັ້ນເອງ.