ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຊຸດຊີເກມ ອອກເດີນທາງໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດໄທ

- 20638091 1561163537237911 6694766086587843221 n - ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຊຸດຊີເກມ ອອກເດີນທາງໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດໄທ
- kitchen vibe - ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຊຸດຊີເກມ ອອກເດີນທາງໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດໄທ

- 20638091 1561163537237911 6694766086587843221 n 300x210 - ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຊຸດຊີເກມ ອອກເດີນທາງໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດໄທ
ອີງຕາມເພສເຟສບຸກຂອງ ສະຫະພັນບານເຕະແຫ່ງຊາດ ລາວ ວ່າ: ໃນຕອນບ່າຍວັນຈັນ 07 ສິງຫາ 2017 ຢູ່ທີ່ສະໜາມ ບິນສາກົນວັດໄຕ, ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຊຸດ ຊີເກມ ໄດ້ອອກເດີນທາງໄປເກັບ ຕົວຝຶກຊ້ອມຢູ່ທີ່ ປະເທດໄທ ໂດຍ ມີການແຂ່ງຂັນນັດມິດຕະພາບ 2 ນັດໃນໄລຍະທີ່ຢູ່ທີ່ປະເທດໄທ, ຫລັງຈາກນັ້ນແມ່ນຈະເດີນທາງ ຈາກ ນະຄອນຫລວງ ບາງກອກ ປະເທດໄທ ໄປ ນະຄອນຫຼວງກົວ ລາລຳເປີ ປະເທດມາເລເຊຍ ໃນ ວັນທີ 12 ສິງຫາ 2017.
ງານມະຫະກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດ ມາເລເຊຍ ຈັດຂຶ້ນໃນລະຫວ່າງວັນທີ 19- 30 ສິງຫາ 2017ເຊິ່ງ ມີ 11 ປະ ເທດ ເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ມາເລເຊຍ, ມຽນ ມາ , ສິງກະໂປ, ລາວ , ບຣູໄນ. ກຸ່ມ B ໄທ, ຫວຽດນາມ, ອິນໂດ ເນເຊຍ, ກໍາປູເຈຍ, ຕີມໍ ເລສເຕ ແລະ ຟີລິບປິນ . ສຳລັບ ລາຍຊື່ ນັກກິລາມີດັ່ງນີ້:
+ ຜູ້ຮັກສາປະຕ.ູ
1. ທ. ສາຍມະໂນລິນ ປຣະ ເສີດ ສະໂມສອນ ລາວໂຕໂຢຕ້າ.
2. ທ. ວິໄລພອນ ໄຊຍະ ລາດ ສະໂມສອນ ມຊ.
+ ກອງຫລັງ
3. ທ. ຄໍາພັນ ສົນທະນາໄລ ສະໂມສອນ ລາວໂຕໂຢຕ້າ.
4. ທ. ປີຍະພົງ ປະຖໍາມະ ວົງ ສະໂມສອນ ລາວໂຕໂຢຕ້າ.
5. ທ. ບຸນທະວີ ສີປະສົງ ສະ ໂມສອນ ລາວໂຕໂຢຕ້າ.
6. ທ. ສອນສະຫວັນ ວັນ ນະໄຊ ສະໂມສອນລາວໂຕໂຢ ຕ້າ.
7. ທ. ອານຸວັດ ພະພັກດີ ສະໂມສອນ ດີເຄ.
8. ທ. ທິນນະກອນ ສຸລິຍະ ມາດ ສະໂມສອນ ມຊ.
9. ທ. ສັນຕິ ຊົມພູເພັດ ສະ ໂມສອນ ມຊ ກອງກາງ.
10. ທ. ລັດທະໄຊ ລຸນລາສີ ສະໂມສອນ ລາວໂຕໂຢຕ້າ.
11. ທ. ພິທັກ ກອງມະທິ ລາດ ສະໂມສອນ ລາວໂຕໂຢຕ້າ.
12. ທ. ອາມີໄຊ ເກດຕະວົງ ສະໂມສອນ ມຊ.
13. ທ. ພຸດທະໄຊ ໂຄຈະ ເລີນ ສະໂມສອນ ທິບ ສະຫວັນ.
14.ທ. ພັດທະນາ ພົມມະ ເທມ ສະໂມສອນ ກາລະສິນ.
15. ທ. ຄິດສາຄອນ ຈໍາປາ ທອງ ສະໂມສອນ ປກສ.
16. ທ. ສີນວນ ຊາມຸນຕີ ສະໂມສອນ ປກສ.
17.ທ. ທານິນ ພັນທະວົງ ສະໂມສອນ ລາວໂຕໂຢຕ້າ.
18.ທ. ຄໍາປະເສີດ ສີໂພວົງ ສະໂມສອນ ດີເຄ.
+ ກອງຫນ້າ
19. ທ. ສຸກຈິນດາ ນັດຜາ ສຸກ ສະໂມສອນ ປກສ.
20. ທ. ສົມຈິດ ສີບຸນເຮືອງ ສະໂມສອນ ໄອດີຊີ ຈໍາປາສັກ ຢູ ໄນເຕັດ.
+ ຕາຕະລາງການແຂ່ງຂັນ ຂອງທີມຊາດລາວ.
+ ວັນພຸດ 16 ສິງຫາ 2017 ເວລາ 20:45 ລາວ ພົບ ມຽນມາ ແຂ່ງຂັນຢູ່ທີ່ສະຫນາມ UITM STADIUM.
+ ວັນສຸກ 18 ສິງຫາ 2017 ເວລາ 16:00 ລາວ ພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະຫນາມ UM ARENA STADIUM.
+ ວັນຈັນ 21 ສິງຫາ 2017 ເວລາ 16:00 ລາວ ພົບ ບຣູໄນ ແຂ່ງຂັນຢູ່ທີ່ສະຫນາມ UM ARENA STADIUM.
+ ວັນພຸດ 23 ສິງຫາ 2017 ເວລາ 20:45 ລາວ ພົບ ມາເລເຊຍ ແຂ່ງຂັນຢູ່ທີ່ສະຫນາມ SHAH ALAM STADIUM.

- 3 - ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຊຸດຊີເກມ ອອກເດີນທາງໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດໄທ
- Visit Laos Visit SALANA BOUTIQUE HOTEL - ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຊຸດຊີເກມ ອອກເດີນທາງໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດໄທ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!