ປະເພນີ ການແຕ່ງດອງ
ປັດຈຸບັນນີ້ ກ່ອນຈະແຕ່ງດອງ ຕ້ອງໄປຈົດທະບຽນສົມລົດກັບອົງປົກຄອງບ້ານຂອງຕົນຈິ່ງຖືວ່າການແຕ່ງ ດອງນັ້ນຖືກຕ້ອງຕາມກົດໝາຍບ້ານເມືອງຢ່າງແທ້ຈິງ. ຫລັງຈາກສູ່ຂໍ (ກ່າວໂອມ) ເປັນທີ່ຮຽບຮ້ອຍ ຫລື ຈົດທະບຽນສົມລົດກັບອົງການປົກຄອງແລ້ວ ທັງສອງຝ່າຍກໍ່ຕ້ອງຫ້າງຫາກະກຽມຕາມຖານະຂອງຕົນກ່ອນ ຈະເຮັດມື້ແຕ່ງດອງປະມານ 5 ຫຼື 3 ວັນ ທັງສອງຝ່າຍກໍໄປບອກເລົ່າຍາດຕິພີ່ນ້ອງ ໝູ່ຄູ່ມິດສະຫາຍຜູ້ຢູ່ໃກ້ ແລະ ໄກມາຮ່ວມດອງຂອງຄູ່ສົມລົດໃໝ່ ເພື່ອເປັນສິລິມຸງຄຸນ ແລະ ສັກຂີພະຍານ.
ເມື່ອເຖິງກຳນົດມື້ແຕ່ງດອງແລ້ວ ເພິ່ນແບ່ງເປັນ 2 ມື້ຄື ມື້ທຳອິດ (ເອີ້ນວ່າ ມື້ຕັ້ງ ຫລື ມື້ອຸ່ນດອງ) ເປັນມື້ຫ້າງຫາກະກຽມທຸກສິ່ງຢ່າງໃຫ້ພຽງພໍເຊັ່ນ: ສະຖານທີ່, ເຄື່ອງຮັບໃຊ້ຕ່າງໆ, ຄົນຮັບແຂກ ແລະ ຄົວກິນ, ອາຫານການກິນ ແລະ ອື່ນໆ. ຕອນຄ່ຳຂອງຄືນນັ້ນມີແຂກຄົນຈຳນວນໜຶ່ງມາຮ່ວມອຸ່ນດອງ ແລະ ມີການຄົບງັນກັນຢ່າງເບີກບານມ່ວນຊື່ນ ບາງເທື່ອມີໝໍຂັບໝໍລຳມາລຳຕໍ່ແຍກັນລະຫວ່າງບ່າວ ແລະ ສາວ. ສ່ວນ ຜູ້ເຖົ້າຜູ້ແກ່ ເປັນຕົ້ນ ຜູ້ຍິງພາກັນເຮັດພາຂວັນ. ຄ່ຳຄືນອຸ່ນດອງນີ້ ອາດຈະຊອດແຈ້ງກໍມີ. ການອຸ່ນດອງນີ້ອຸ່ນຢູ່ເຮືອນເຈົ້າສາວ ຫລາຍກວ່າ, ສ່ວນຝ່າຍເຈົ້າບ່າວ ກໍອຸນເລັກໆໜ້ອຍໆພໍໄດ້ຮີດໄດ້ຄອງ. ພໍຮຸ່ງເຊົ້າມາຕົກເປັນມື້ທີສອງ ເຊິ່ງເປັນມື້ຜູກແຂນ ລະຫວ່າງຄູ່ສົມລົດ (ເອີ້ນວ່າ ມື້ດອງ) ສຳລັບການສູ່ຂວັນຜູກແຂນກໍມາສູ່ຂວັນຢູ່ເຮືອນເຈົ້າສາວ ເຊິ່ງເອີ້ນວ່າ: ສູ່ຂວັນໃຫຍ່. ແຕ່ຢູ່ເຮືອນເຈົ້າບ່າວນັ້ນ ກໍສູ່ຂວັນຄືກັນເອີ້ນວ່າ:ສູ່ ຂວັນນ້ອຍ. ເວລາຊິສູ່ຂວັນໃຫຍ່ນັ້ນ ບໍ່ໃຫ້ກາຍຂອບເຂດ 12 ໂມງທ່ຽງລົງມາ (ລະຫວ່າງ 11:00 ໂມງຫາ 12:00 ໂມງກົງ) ຄັນກາຍ 12:00 ໂມງບໍ່ໄດ້ເດັດຂາດ. ຖ້າຕອນບ່າຍກໍບໍ່ໃຫ້ກາຍ 17:00 ໂມງ ລະ ຫວ່າງ 16:00 ໂມງຫາ 17:00 ໂມງ ຖ້າຕາເວັນຕົກດິນແລ້ວບໍ່ໄດ້ເດັດຂາດ.
ການແຕ່ງດອງ ແມ່ນປະເພນີຊີວິດຂັ້ນຕອນທີສາມຂອງຄົນເຮົາເຊິ່ງຖັດຈາກການເກີດ, ການບວດຮຽນຂຽນອ່ານ, ປະເພນີແຕ່ງດອງສະໄໝບູຮານມີ 2 ແບບຄື ຊາຍໄປສູ່ເຮືອນພໍ່ເຖົ້າແມ່ເຖົ້າເອີ້ນວ່າ: “ອະວະ ຫະມຸງຄຸນ” ຫລື ເອີ້ນວ່າ “ເຂີຍສູ່” ແລະ ຍິງໄປຢູ່ເຮືອນພໍ່ປູ່ແມ່ຍ່າ ເອີ້ນວ່າ: “ວິວາຫະມຸງຄຸນ”. ການແຕ່ງດອງມີຄວາມສຳຄັນທີ່ສຸດໃນຊີວິດ ດັ່ງຄຳສຸພາສິດທີ່ວ່າ: “ປຸກເຮືອນຜິດ ຄິດຈົນເຮືອນເພ, ຕັດຜົມຜິດ ຄິດຈົນຜົມປົ່ງ ແລະ ເອົາຜົວເອົາເມຍຜິດ ຄິດຈົນຮອດມື້ຕາຍ”. ສະນັ້ນ ຈິ່ງຄັດເລືອກຄູ່ຄອງທີ່ເໝາະສົມ ໂດຍການສືບຮູ້ເຖິງປະຫວັດຄວາມເປັນມາ, ເຊື້ອຊາດວົງຕະກູນ, ສຸຂະພາບຮ່າງກາຍ ແລະ ຈິດໃຈເຊິ່ງກັນ ແລະ ກັນຢ່າງລະອຽດຖີ່ຖ້ວນ ດັ່ງຄຳກອນເວົ້າໄວ້ວ່າ: “ເບິ່ງຊ້າງ ໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງພຶດຕິກຳ ເບິ່ງພໍ່ ເບິ່ງແມ່”.