ນະຄອນຫລວງວຽງຈັນພົບຜູ້ຕິດເຊື້ອໂອມິຄຣອນ 9 ຄົນໃນການສຸ່ມກວດຕົວຢ່າງ 10 ຄົນ
March 11, 2022 - 1:34 PM

ອີງຕາມການລາຍງານຂອງ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ລາຍງານໃນວັນທີ 11 ມີນາ 2022 ນີ້ໃຫ້ຮູ້ວ່າ: ຈາກການສຸ່ມເກັບ 10 ຕົວຢ່າງ ໃນນະຄອນຫລວງວຽງຈັນ ຜົນພົບວ່າ 90% ແມ່ນສາຍພັນ ໂອມິຄຣອນ ແລະ ບົດຮຽນຈາກຫລາຍໆປະເທດ ໂດຍສະເພາະ ປະເທດໃກ້ຄຽງ ການລະບາດຮອບໃໝ່ນີ້ຈະເຖິງຈຸດສູງສຸດໃນ 1 ຫາ 2 ເດືອນນີ້.
ສະນັ້ນ, ຖ້າຫາກພວກເຮົາ ຫາກບໍ່ມີມາດຕະການທີ່ຮັດກຸມອອກມາເພື່ອຕອບໂຕ້ ແລະ ຮອງຮັບການລະບາດໃນຄັ້ງນີ້, ເຖິງວ່າອັດຕາການເສຍຊີວິດ ຈະບໍ່ຮຸນແຮງຄືກັບ ສາຍພັນເດລຕ້າກໍຕາມ ແຕ່ການເສຍຊີວິດ ແມ່ນຈະກະທົບຢ່າງໜັກໜ່ວງ ຕໍ່ຜູ້ທີ່ມີອາຍຸສູງກ່ວາ 60 ປີ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ຜູ້ທີ່ບໍ່ທັນໄດ້ສັກວັກຊີນ ຫລື ສັກວັກຊີນບໍ່ຄົບທຸກເຂັມທີ່ແນະນຳ