ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ

ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ -           1 - ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ
ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ - kitchen vibe - ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ

ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຈາກລາວຕໍ່ສູ້ກັບການຕິດເຊື້ອໂຄວິດ-19 ມາຢ່າງຍາວນານເຖິງ 549 ວັນ ຕ້ອງຍ້າຍໂຮງໝໍເຖິງ 9​ ຄັ້ງ ແລະ ພາດເຫດການສຳຄັນຂອງຄອບຄົວໄປຫລາຍຢ່າງ.

ສຳນັກຂ່າວ CNN ລາຍງານວ່າ: ທ້າວ ດອນເນລ ຮັນເຕີ ຊາວລັດນິວເມັກຊິໂກ ໃນອາເມລິກາ ອາຍຸ 43 ປີ ກັບຮອດເຮືອນຢູ່ເມືອງຣອສເວລແລ້ວ ໃນວັນທີ 4 ມີນາຜ່ານມາ ຫລັງຕ້ອງນອນປິ່ນປົວຢູ່ໂຮງໝໍ ແລະ ສູນເບິ່ງແຍງຜູ້ປ່ວຍໄລຍະຍາວນານເຖິງ 549 ວັນ ນັບແຕ່ບໍ່ສະບາຍຈາກການຕິດເຊື້ອໂຄວິດ-19 ໃນເດືອນກັນຍາ 2020 ຫລາຍເດືອນກ່ອນທີ່ວັກຊີນຕ້ານໄວຣັສສູດທຳອິດຈະໄດ້ຮັບອະນຸມັດໃຫ້ນຳໃຊ້.

ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ - Visit Laos Visit SALANA BOUTIQUE HOTEL - ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ

ທ້າວ ດອນເນລ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເມືອງຣອສເວລ ໂດຍເຈົ້າໜ້າທີ່ສຳນັກງານປົກຄອງເມືອງພາລາວ ແລະ ຄອບຄົວເຂົ້າເມືອງ ທ່າມກາງຝູງຊົນຈຳນວນຫລາຍທີ່ເດີນທາງໄປຢ້ຽມຢາມລາວຢູ່ເຮືອນ ພ້ອມປຸ່ມເປົ້າ, ໂປສເຕີ, ດອກໄມ້ ແລະ ອື່ນໆ ເພື່ອໃຫ້ກຳລັງໃຈ “ຂ້ອຍຄິດວ່າສໍ່ານີ້ກໍບົ່ງບອກໄດ້ແລ້ວວ່າລາວເປັນຄົນແບບໃດ” ນາງ ແອຊລີ ພັນລະຍາຂອງທ້າວ ດອນເນລ ກ່າວ. “ລາວເປັນທີ່ຮັກ, ເປັນທີ່ຄິດຮອດ ແລະ ໄດ້ຮັບການສະໜັບສະໜູນຢ່າງແທ້ຈິງຕະຫລອດເລື່ອງທັງໝົດນີ້ ເຮົາໂຊກດີຫລາຍທີ່ໄດ້ຮັບການສະໜັບສະໜູນຈາກຊຸມຊົນ”.

ທັງນີ້, ການປິ່ນປົວຈາກໂຄວິດ-19 ເຮັດໃຫ້ທ້າວ ດອນເນລ ຕ້ອງພາດໄລຍະເວລາສຳຄັນຂອງຄອບຄົວຫລາຍຢ່າງ ທັງພາດການເຂົ້າຮຽນອະນຸບານມື້ທຳອິດຂອງລູກສາວ, ພາດການໄປເບິ່ງລູກຊາຍແຂ່ງຂັນບານເຕະເຍົາວະຊົນ, ພາດວັນເກີດຂອງຫລານຊາຍ ແລະ ອື່ນໆ.

“ຂ້ອຍຈະບໍ່ເບິ່ງຂ້າມຄຸນຄ່າຂອງສິ່ງໃດໄປ ເລື່ອງນັ້ນແນ່ນອນ ຂ້ອຍໃຊ້ຊີວິດ 550 ວັນ ໂດຍບໍ່ໄດ້ເຫັນລູກໆ ຂ້ອຍມີຫລານທີ່ຂ້ອຍຍັງບໍ່ເຄີຍເຫັນ ແລະ ນັ້ນເປັນເລື່ອງໃຫຍ່” ທ້າວ ດອນເນລ ເຊິ່ງເປັນພໍ່ລູກ 7 ບອກກັບ CNN ໃນວັນທີ 7 ມີນາຜ່ານມາ “ຂ້ອຍຮັກຄອບຄົວ, ລູກໆ ແລະ ພັນລະຍາຂອງຂ້ອຍຫລາຍກວ່າທີ່ຂ້ອຍຮັກຕົວເອງ. ດັ່ງນັ້ນ ເມື່ອຂ້ອຍຕ້ອງສູ້ ຂ້ອຍກໍຈະສູ້”.

ທ້າວ ດອລເນລ ເປັນໜຶ່ງໃນຊາວອາເມລິກາ 4,5 ລ້ານຄົນທີ່ຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍເພາະຕິດເຊື້ອໂຄວິດ-19 ນັບແຕ່ສູນຄວບຄຸມ ແລະ ປ້ອງກັນພະຍາດອາເມລິກາ (CDC) ເລີ່ມເກັບສະຖິຕິໃນເດືອນສິງຫາ 2020 ແຕ່ໄລຍະເວລາສະເລ່ຍທີ່ຜູ້ຕິດເຊື້ອໃຊ້ປິ່ນປົວສຳລັບຜູ້ໃຫຍ່ຢູ່ທີ່ 5,5 ວັນ ໃນໄລຍະການລະບາດຂອງເຊື້ອສາຍພັນໂອມິຄຣອນ, 8 ວັນສຳລັບເຊື້ອອັລຟາ ແລະ 7,6 ວັນສຳລັບສາຍພັນເດວຕາ.

ທ້າວ ດອລເນລ ຍັງບໍ່ໄດ້ຮັບບິນຄ່າປິ່ນປົວທັງໝົດ ແຕ່ຄ່າປິ່ນປົວສຳລັບໂຮງໝໍຫລ້າສຸດສູງກວ່າ 1 ລ້ານໂດລາສະຫະລັດແລ້ວ ແລະ ຮອດຕອນນີ້ການຫາຍໃຈຂອງທ້າວ ດອລເນລ ຍັງບໍ່ກັບສູ່ສະພາບປົກກະຕິ ເນື່ອງຈາກຜົນກະທົບໄລຍະຍາວຂອງອາການແຊກຊ້ອນຈາກໂຄວິດ-19 ແລະ ຕອນນີ້ລາວກຳລັງປັບຕົວເຂົ້າກັບຊີວິດໃໝ່.

ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ - 5 - ມື້ນີ້ທີ່ລໍຄອຍ ! ຊາຍຊາວອາເມລິກາໄດ້ກັບເຮືອນແລ້ວ ຫລັງຕິດເຊື້ອໂຄວິດນອນໂຮງໝໍ 549 ວັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!