ຫລຸດຜ່ອນການກິນຊີ້ນສັດຊ່ວຍໃຫ້ທ່ານອາຍຸຍືນຂຶ້ນໄດ້


ຊົນເຜົ່າເລີກິສ ແລະ ເອສກິໂມທີ່ບໍລິໂພກແຕ່ຊີ້ນສັດ ແລະ ໄຂມັນຈາກສັດໃນທຸກມື້ທຸກເວັນນັ້ນມີອາຍຸສັ້ນຫລາຍກ່ວາຊົນເຜົ່າໃນຊາດອື່ນໆທົ່ວໄປ. ສ່ວນຫລາຍຈະມີອາຍຸຍືນໂດຍສະເລ່ຍປະມານບໍ່ເກີນ 30 ປີໃນຊົນເຜົ່າເອສກິໂມ ແລະ ບໍ່ເກີນ 40 ປີໃນຊົນເຜົ່າເລີກິສ.
ນອກຈາກອາຍຸສັ້ນແລ້ວ ຍັງເຖົ້າໄວກ່ວາທຳມະຊາດນຳອີກ. ໃນທາງກົງກັນຂ້າມ, ຊົນເຜົ່າພື້ນເມືອງຂອງແມັກຊິກ ແລະ ບາງ ເຂດໃນອາເມລິກາທ່ີມີການບໍລິໂພກຊີ້ນສັດໜ້ອຍ ຊຳ້ພັດພົບວ່າໂດຍສະເລ່ຍພວກເຂົາມີອາຍຸຍືນເກີນ 100 ປີ ແລະ ແນ່ນອນວ່າ ບໍ່ພຽງແຕ່ອາຍຸຍືນຢ່າງດຽວ ພວກເຂົາຍັງມີສຸຂະພາບແຂງແຮງດີນຳອີກ.
– ເປັນຫຍັງການບໍລິໂພກຊີ້ນສັດຫລາຍໆຈຶ່ງເປັນອັນຕະລາຍຕໍ່ສຸຂະພາບ ?
ຄຳຕອບກໍຄື : ຊີ້ນສັດສ່ວນຫລາຍມີພິດທີ່ເກີດຈາກການໄລ່ຮໍໂມນບາງຢ່າງອອກມາໃນຂະນະທີ່ສັດຈະຖືກຂ້າ ແລະ ພິດຕ່າງໆ ເຫລົ່ານັ້ນກໍຍັງຄົງຢູ່ໃນຊີ້ນສັດຄືເກົ່າ ໂດຍບໍ່ສູນເສຍ ຫລື ຖືກກຳຈັດໄປຈົນໝົດເມື່ອສັດຕາຍແລ້ວ.
ຄົນຂາຍຊີ້ນສັດບາງກຸ່ມອາດໃຊ້ສານເຄມີອັນຕະລາຍລົງໄປເພື່ອໃຫ້ຊີ້ນສັດສີງາມ ແລະ ບໍ່ເນົ່າງ່າຍ ນີ້ກໍແມ່ນອີກສາເຫດໜຶ່ງທີ່ ເຮັດໃຫ້ເກີດພະຍາດມະເຮັງໄດ້ຖ້າກິນເປັນປະຈຳ ຫລື ກິນຫລາຍໆ ແລະ ສະສົມພິດໄວ້ເປັນເວລາດົນ.
ຄົນທີ່ກິນຊີ້ນສັດຫລາຍ ຫລື ກິນເປັນປະຈຳມີອັດຕາການສ່ຽງຕໍ່ການເປັນພະຍາດໝາກໄຂ່ຫລັງ ແລະ ພະຍາດຂໍ້ອັກເສບໄດ້ງ່າຍ ເພາະໝາກໄຂ່ຫລັງອາດທຳລາຍກົດຢູຣິກບໍ່ໝົດ ແລະ ເມື່ອຮ່າງກາຍດູດຊຶມກົດຢູຣິກໄວ້ ມັນກໍຈະກາຍເປັນກ້ອນໜິ້ວແຂງໆຈັບຢູ່ຕາມຂໍ້ຕໍ່ຂອງກະດູກ, ຕາມກ້າມຊີ້ນ ແລະ ເສັ້ນປະສາດຕ່າງໆ ຈົນເຮັດໃຫ້ເກີດພະຍາດຮ້າຍຕ່າງໆນາໆໄດ້ໃນເວລາບໍ່ດົນ.