ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ (Dr. Ying-Ru Jacqueline LO) ເຮັດໜ້າທີ່ ຜູ້ຕາງໜ້າ ອົງການອະນາໄມໂລກ ຄົນໃໝ່ ປະຈຳ ສປປ ລາວ


ໃນຕອນເຊົ້າຂອງວັນທີ 10 ມີນາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າພົບປະ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ (Dr. Ying-Ru Jacqueline LO), ຜູ້ຕາງໜ້າ ອົງການອະນາໄມໂລກ ຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງຜູ້ຕາງໜ້າຂອງ ອົງການ WHO ຄົນໃໝ່ ປະຈຳ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງ ອົງການ WHO ຕໍ່ ສປປ ລາວ ໃນໄລຍະທີ່ຜ່ານມາ. ໃນນັ້ນ, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ສະແດງຄວາມເຊື່ອໝັັ້ນວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່, ອົງການ WHO ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາວຽກງານສາທາລະນະສຸກ ແລະ ວຽກທີ່ກ່ຽວຂ້ອງໂດຍສະເພາະ ໃນການຮັບມື ແລະ ຕອບໂຕ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສືບຕໍ່ຂົນຂວາຍການຊ່ວຍເຫຼືອວັກຊີນປ້ອງກັນໂດຍຜ່ານໂຄງການ COVAX, ການປະກອບສ່ວນຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ WHO ສົກປີ 2022-2026, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ເພື່ອປະກອບສ່ວນໃນການຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ທ່ານຮອງລັດຖະມົນຕີ ໄດ້ແຈ້ງໃຫ້ຜູ້ຕາງໜ້າຄົນໃໝ່ຊາບວ່າ ໃນປັດຈຸບັນ ສປປ ລາວ ແມ່ນມີຄວາມຄືບໜ້າໃນການພັດທະນາວຽກງານສາທາລະນະສຸກຫຼາຍດ້ານ ໂດຍສະເພາະແມ່ນການປັບປຸງ ການເຂົ້າເຖິງການບໍລິການສຸຂະພາບຂັ້ນພື້ນຖານ ເຊິ່ງເຮັດໃຫ້ສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ແລະ ການປ້ອງການພະຍາດຕ່າງໆໃນລະດັບດີສົມຄວນ, ເຖິງຢ່າງໃດກໍ່ຕາມ ສປປ ລາວ ຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ການຄວບຄຸມພະຍາດຕິດຕໍ່ຕ່າງໆຢູ່ ສປປ ລາວ ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດໃນການຕອບໂຕ້ພະຍາດລະບາດໃນພາກພື້ນ ແລະ ສາກົນ ລວມທັງການຕອບໂຕ້ ແລະ ຟື້ນຟູຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ອົງການ WHO ທີ່ໃຫ້ການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບອັນໜັກໜ່ວງຕໍ່ປະຊາຊົນລາວ ກໍ່ຄືຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ພ້ອມທັງຂໍໃຫ້ສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃຫ້ສາມາດຜ່ານຜ່າວິກິດການດ້ານສາທາລະນະສຸກ ໃຫ້ສາມາດດໍາລົງຊີວິດພາຍໃຕ້ ການດໍາລົງຊີວີດຮູບແບບໃໝ່ໂດຍໄວ. ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານຜູ້ຕາງໜ້າ ອົງການ WHO ຄົນໃໝ່ປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ຂອງທ່ານ ຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອະນຸມັດໃຫ້ທ່ານ ມາປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ອົງການ WHO ຈະສືບຕໍ່ເພີ່ມທະວີການຮ່ວມມືກັບລັດຖະບານ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ເປັນບູລິມະສິດດ້ານສາທາລະນະສຸກຂອງ ສປປ ລາວ ໃຫ້ໄດ້ຮັບໝາກຜົນທີ່ດີໃນອະນາຄົດຂ້າງໜ້າ.