7 ວິທີເດີນທາງໄປເຮັດວຽກທີ່ແປກສຸດໆ
ລອງມາເບິ່ງວິທີທີ່ຄົນເຫຼົ່ານີ້ເລືອກໃຊ້ໃນການເດີນທາງໄປເຮັດວຽກ
ທຸກວັນ ເບນຈາມິນ ເດວິດ ຈະເອົາເລັດທ໊ອບ, ເສື້ອ ແລະ ເກີບໃສ່ໃນກະເປົາກັນນໍ້າ ກ່ອນຈະລອຍໄປຕາມແມ່ນໍ້າອິຊາຣ໌ໃນເມືອງມິວນິດເປັນໄລຍະທາງ 2 ກິໂລແມັດ.
“ການຈະລາຈອນຕາມຖະໜົນທີ່ຢູ່ຕິດແມ່ນໍ້າ ອິຊາຣ໌ ວຸ້ນວາຍຫຼາຍ ມັນບໍ່ແມ່ນຄວາມສະໜຸກສະໜານ” ເບນຈາມິນ ເດວິດ ເລົ່າ “ພໍຂ້ອຍມາລອຍນໍ້າ ຂ້ອຍໄປຮອດໄວກວ່າ ແລະ ກໍຜ່ອນຄາຍຫຼາຍກວ່າ” ເບນຈາມິນ ເດວິດ ບໍ່ແມ່ນພຽງຄົນດຽວທີ່ມີວິທີການເດີນທາງໄປເຮັດວຽກດ້ວຍວິທີແປກໆນີ້.
ພອລ ຄ໊ອກຊ໌ ຊາວເວລສ໌ ເດີນທາງໄປເຮັດວຽກໃນເວລສ໌ ໄລຍະທາງ 19 ກິໂລແມັດ ດ້ວຍການໃຊ້ຮົ່ມຮ່ອນ (Paraglide) ຕິດເຄື່ອງຈັກ.
ຄ໊ອກຊ໌ ຕ້ອງຂໍອະນຸຍາດຈາກກອງທັບບິນວັລເລຢ໌ 22 (Valley 22) ຂອງກອງທັບອາກາດອັງກິດກ່ອນຈະເລີ່ມເດີນທາງດ້ວຍວິທີນີ້.
ເມື່ອເຂົາລົງສູ່ພື້ນດິນ ເຂົາກໍມ້ຽນຮົ່ມຮ່ອນລາຄາ 8.000 ປອນ ໃສ່ກະເປົາແລ້ວລາກເຂົ້າໄປບ່ອນທີ່ລາວເຮັັດວຽກຢູ່.
ສ່ວນຢູ່ສະຫະລັດອາເມລິກາ ບັນນາລັກ ອາຍຸ 71 ປີ ໃນນະຄອນວໍຊິງຕັນ ພາຍເຮືອໄປເຮັດວຽກ ໄປຕາມແມ່ນໍ້າອະນາຄອສເຕຍ ມາຕະຫຼອດໄລຍະ 15 ປີທີ່ຜ່ານມາ.
ນອກຈາກນີ້ ຍັງມີ ເຄິຣ໌ຕ ວອນ ບາດິນສກີ ຜູ້ຊາຍທີ່ຂຶ້ນເຮືອບິນນ້ອຍໄປເຮັດວຽກທຸກວັນ ໄລຍະທາງໄປກັບ 1.239 ກິໂລແມັດ ລະຫວ່າງບ້ານຂອງລາວໃນນະຄອນລອດແອງເຈລິດ ໄປບ່ອນເຮັດວຽກໃນນະຄອນຊານຟຣານຊິສະໂກ ໂດຍເລີ່ມຈາກຂັບລົດຄັນທໍາອິດໄປສະໜາມບິນ ຈາກນັ້ນນັ່ງເຮືອບິນຕໍ່ອີກ 90 ນາທີ ກ່ອນຈະຂັບລົດອີກຄັນໜຶ່ງໄປບ່ອນເຮັດວຽກ.
ລາວຈ່າຍຄ່າສະໜາມການບິນເພື່ອໃຫ້ໂດຍສານໄດ້ໂດຍບໍ່ຈໍາກັດດ້ວຍລາຄາ 2.300 ໂດລາສະຫະລັດຕໍ່ເດືອນ.
ໃນອີກຫຼາຍພື້ນທີ່ຂອງໂລກ ດ້ວຍສະພາບພື້ນທີ່ບໍ່ເອື້ອອໍານວຍ ເຮັດໃຫ້ວິທີການເດີນທາງຈາກເຮືອນໄປບ່ອນເຮັດວຍກ ຫຼື ໄປຮຽນມີຂໍ້ຈໍາກັດ ເຊັກ ເດັກນ້ອຍຊາວໂກລົມບີ ໃນເມືອງລອສປິນອສ ຕ້ອງຂ້າມຮ່ອມຜາທີ່ເລິກເພື່ອໄປໂຮງຮຽນດ້ວຍການໃຊ້ຊິປໄລນ໌ຍາວ 800 ແມັດ ທີ່ອັດຕາຄວາມໄວປະມານ 64 ກິໂລແມັດຕໍ່ຊົ່ວໂມງ ເປັນທາງເລືອກດຽວແທນການຍ່າງໄປໂຮງຮຽນດົນ 2 ຊົ່ວໂມງ.
ສ່ວນຢູ່ຈີນ ໃຊ້ຂັ້ນໄດເຫຼັກຂະໜາດໃຫຍ່ເປັນວິທີທີ່ເດັກນ້ອຍໃນພື້ນທີ່ແຫ່ງໜຶ່ງຂອງມົນທົນເສສວນ ໃຊ້ປີນຂ້າມພູເຂົາສູງ 800 ແມັດ ເພື່ອໄປຮຽນໜັງສື.
ກ່ອນໜ້າທີ່ຈະມີຂັ້ນໄດເຫຼັກ ພວກເຂົາຕ້ອງປືນຂັ້ນໄດໄມ້ທີ່ຕໍ່ກັນ 17 ອັນ.
ສ່ວນການເດີນທາງໄປເຮັດວຽກທີ່ຂຶ້ນຊື່ຫຼາຍທີ່ສຸດອີກແຫ່ງໜຶ່ງຂອງໂລກ ກໍຄືການຂຶ້ນລົດໄຟໃຕ້ດິນໃນນະຄອນໂຕກຽວຂອງຍີ່ປຸ່ນ ເຊິ່ງເຕັມໄປດ້ວຍຝູງຄົນ.