ວັກຊີນຂອງຈີນໄດ້ຊ່ວຍຫລຸດຜ່ອນ ຄວາມກົດດັນໃນການຕ້ານການແພ່ລະບາດ ຂອງພະຍາດໂຄວິດ-19 ຢູ່ເຂດກາຊາ


ຫວ່າງກ່ອນນີ້ບໍ່ດົນ, ເຈົ້າໜ້າທີ່ກົມຄຸ້ມຄອງຢາ ກະຊວງສາທາລະນະສຸກປາແລັສຕິນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໂດຍກ່າວວ່າ: ວັກຊີນໂຄວິດ-19 ຂອງຈີນໄດ້ຊ່ວຍຫລຸດຜ່ອນຄວາມກົດດັນໃນການຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ເຂດກາຊາ, ຂໍຂອບໃຈນຳປະເທດຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອປາແລັສຕິນມາໂດຍຕະຫລອດ.
ໃນທ້າຍເດືອນກຸມພາຜ່ານມາ, ວັກຊີນໂຄວິດ-19 ທັງໝົດ 5 ແສນໂດສ ທີ່ຈີນ ແລະ ເອຢິບ ໄດ້ຮ່ວມກັນຊ່ວຍເຫລືອປາແລັສຕິນໄດ້ສົ່ງໄປເຖິງເຂດກາຊາແລ້ວໂດຍຜ່ານດ່ານຣາຟາ. ໃນປີກາຍນີ້ ຈີນກໍໄດ້ໃຫ້ການຊ່ວຍເຫລືອວັກຊີນໂຄວິດ-19 ງວດໜຶ່ງແກ່ເຂດກາຊາ.
ເຈົ້າໜ້າທີ່ທ່ານນີ້ຍັງກ່າວວ່າ: ວັກຊີນໂຄວິດ-19 ຂອງຈີນໄດ້ຊ່ວຍຫລຸດຜ່ອນບັນຫາການຂາດເຂີນງົບປະມານຢູ່ທ້ອງຖິ່ນຢ່າງຫລວງຫລາຍ. ປັດຈຸບັນ, ເຂດກາຊາສາມາດຜ່ານຜ່າການລະບາດຮອບ 4 ທີ່ມີຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໄດ້ຢ່າງຫລວງຫລາຍ, ຄຽງຄູ່ກັບອັດຕາການສັກວັກຊີນໂຄວິດ-19 ເພີ່ມຂຶ້ນ, ອັດຕາການເປັນພະຍາດ ແລະ ອັດຕາການເສຍຊີວິດລ້ວນແຕ່ຫລຸດລົງ. ທ່ານກ່າວວ່າ: ປາແລັສຕິນຂໍສະແດງຄວາມຂອບໃຈຈີນທີ່ໄດ້ເອົາໃຈໃສ່ຊ່ວຍເຫລືອເຂດກາຊາ, ປາແລັສຕິນຫວັງຢາກດຳເນີນການຮ່ວມມືກັບຈີນໃນຂົງເຂດການແພດໃຫ້ຫລາຍກວ່າເກົ່າໃນອະນາຄົດ.