ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ

ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ - social media 1 - ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ
ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ - kitchen vibe - ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ

ໂດຍ: ທິດກໍ່າ

ມາຮອດປັດຈຸບັນ, ເຫັນວ່າການສ້າງສາພັດທະນາປະເທດຊາດບ້ານເມືອງຂອງພວກເຮົາແມ່ນນັບມື້ເດີນໜ້າ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ. ອັນທີ່ໂດດເດັ່ນອີກຢ່າງໜຶ່ງກໍແມ່ນການກໍ່ສ້າງຖະໜົນຫົນທາງ ເຊິ່ງເປັນພື້ນຖານໂຄງລ່າງທີ່ໝັ້ນຄົງແໜ້ນແກ່ນໃຫ້ແກ່ເສດຖະກິດ-ສັງຄົມຂອງປະເທດ

ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ - Visit Laos Visit SALANA BOUTIQUE HOTEL - ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ

ສະເພາະໃນໄລຍະ 5 ປີຜ່ານມາ ໄດ້ສຳເລັດການກໍ່ສ້າງເສັ້ນທາງຫລາຍເສັ້ນ ເປັນຕົ້ນເສັ້ນທາງດ່ວນວຽງຈັນ-ວັງວຽງ, ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ. ສະເພາະຢູ່ນະຄອນຫລວງວຽງຈັນ ໂດຍອີງໃສ່ໂຄງການພັດທະນາເຂດເສດຖະກິດພິເສດໄຊເສດຖາ, ເຂດເສດຖະກິດສະເພາະບຶງທາດຫລວງ, ຖະໜົນຫົນທາງສາຍຕ່າງໆທີ່ມາດຕະຖານ ເຊິ່ງໃນບາງເສັ້ນໄດ້ປູຢາງຂົ້ວ ແລະ ບາງເສັ້ນກໍເທເບຕົງເຊັ່ນ: ເສັ້ນທາງຈາກໄຟແດງສີເກີດໄປຫາໄຟແດງຕານມີໄຊ, ເສັ້ນທາງລັດຈາກຫ້ວຍຫົງໄປໃສ່ບ້ານດົງຊຽງດີ ແລະ ເສັ້ນອື່ນອີກຫລາຍເສັ້ນໃນທົ່ວນະຄອນຫລວງວຽງຈັນ.

ສ່ວນຢູ່ແຂວງຕ່າງໆໃນທົ່ວປະເທດຕ່າງກໍມີເສັ້ນທາງສະເພາະລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ເພື່ອທ່ອງທ່ຽວໄປມາຫາສູ່ກັນຢ່າງສະດວກສະບາຍ. ນອກຈາກມີເສັ້ນທາງທີ່ກ່າວມານີ້ແລ້ວ ຍັງມີເສັ້ນທາງສະເພາະເຂົ້າຫາແຫລ່ງທ່ອງທ່ຽວ, ເຂົ້າຫາໂຮງຈັກ-ໂຮງງານ, ແຫລ່ງເສດຖະກິດທີ່ສຳຄັນຂອງຊາດຢ່າງຫລວງຫລາຍ.

ສະຫລຸບໄດ້ວ່າ ມາຮອດປີ 2022 ລາວເຮົາໄດ້ມີເສັ້ນທາງທີ່ມາດຕະຖານຢ່າງຫລວງຫລາຍ ແລະ ຮັບປະກັນໃນການທ່ອງທ່ຽວໄປມາໃນທົ່ວປະເທດ ຖ້າປຽບທຽບໃສ່ຍຸກການປົກຄອງເກົ່າແມ່ນຕ່າງກັນປານຟ້າກັບດິນ. ນອກຈາກມີຜົນສຳເລັດໃນຜ່ານມາແລ້ວ ຍັງມີໂຄງການສ້າງເສັ້ນທາງຫລາຍສາຍໃນອະນາຄົດອັນໃກ້ໆນີ້ເຊັ່ນ: ໂຄງການສືບຕໍ່ສ້າງເສັ້ນທາງດ່ວນວັງວຽງ-ຫລວງພະບາງຂຶ້ນໄປຮອດຊາຍແດນຈີນ. ໂຄງການສ້າງສາຍທາງດ່ວນວຽງຈັນ-ຫົວພັນ, ໂຄງການກໍ່ສ້າງທາງດ່ວນວຽງຈັນ-ປາກເຊ ແລະ ປັດຈຸບັນພວມເລັ່ງລັດປັບປຸງຂະຫຍາຍເສັ້ນທາງ 13 ໃຕ້ຍ່ານຫລັກ 71 ແຂວງບໍລິຄຳໄຊຫາແຂວງຄຳມ່ວນ, ໂຄງການສ້າງເສັ້ນທາງເບຕົງຈາກນະຄອນຫລວງວຽງຈັນໄປຫາໂພນໂຮງ ແຂວງວຽງຈັນ ແລະ ໂຄງການເສັ້ນທາງອື່ນໆໃນທົ່ວປະເທດ.

ຫາກຕັ້ງໂຈດກັນວ່າ, ໃນເມື່ອປະເທດລາວເຮົາມີເສັ້ນທາງໄປມາຫາສູ່ກັນສະດວກສະບາຍໄດ້ມາດຕະຖານຄົບເຄື່ອງແລ້ວ ມີຫຍັງຈະຕາມມາ. ຕາມທິດກໍ່າວ່າ ສິ່ງຕາມມາຄືເງິນ, ເສດຖະກິດ-ສັງຄົມຂອງປະເທດນັບມື້ພຸ່ງຕົວຂຶ້ນສູງ, ການໄປມາຄ້າຂາຍສະດວກສະບາຍ, ຊີວິດການເປັນຢູ່ຂອງປະຊາຊົນກໍນັບມື້ດີຂຶ້ນ. ຕ້ອງການໄປທ່ອງທ່ຽວຂຶ້ນເໜືອລ່ອງໃຕ້ບໍລິການຂົນສົ່ງ, ເຮັດການຜະລິດກໍສະດວກສະບາຍວ່ອງໄວ ຫາເງິນຫາຄຳມີແຕ່ໄດ້ກັບໄດ້. ນອກຈາກນັ້ນ ການນຳໃຊ້ລົດ, ນຳໃຊ້ຖະໜົນກໍບໍ່ສິ້ນເປືອງ, ປະຢັດນ້ຳມັນ, ລົດກໍບໍ່ເປ່ເພ ຍ້ອນການຄົມມະນາຄົມສົມເປັນຍຸດທະສາດປາຍແຫລມຂອງປະເທດ.

ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ - 4 - ຄົມມະນາຄົມເປັນຍຸດທະສາດປາຍແຫລມຂອງປະເທດຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!