ຄວາມເຫລື້ອມໃສຂອງປະເພນີບຸນຜ້າປ່າ ຢາກໄດ້ບຸນ ຈຶ່ງເອົາຜ້າດີມາເຮັດ
ບຸນຜ້າປ່າ ແມ່ນວິທີເຮັດບຸນອີກຢ່າງໜຶ່ງຂອງຊາວພຸດລາວເຮົາ, ບຸນນີ້ບໍ່ໄດ້ກໍານົດເວລາແນ່ນອນ ໝາຍວ່າເຮັດຍາມໃດກໍໄດ້ ແຕ່ເພິ່ນນິຍົມເຮັດໃນຍາມບຸນກະຖິນ ແລະ ກໍເຮັດພ້ອມກັນກັບບຸນກະຖິນ ຫລື ລາງເທື່ອເພິ່ນ ກໍເຮັດແຕ່ບຸນຜ້າປ່າ. ຄໍາວ່າ: ຜ້າປ່າ ໄດ້ແກ່ຜ້າ ທີ່ບໍ່ມີເຈົ້າຂອງຫວງແຫນ, ຕົກຢູ່ຕາມປ່າດົງພົງໄພ, ປ່າຊ້າ, ຖະໜົນຫົນທາງ ຫລື ຫ້ອຍແຂວນຢູ່ຕາມງ່າໄມ້.
ການຖວາຍຜ້າປ່າ ທີ່ເຮົານິຍົມກັນເຮັດແບບກອງບຸນເປັນຕົ້ນໄມ້ແລ້ວຜູກແຂວນຜ້າໃສ່ເຮັດໃຫ້ເປັນພົ້ວຫ້ອຍລົງມາກໍມີມ້ວນພັບໃຫ້ເປັນຮູບດອກບົວແລະ ອື່ນໆ ກໍມີແລ້ວນໍາໄປຖວາຍໄວ້ໃນທີ່ພະສົງຈະຜ່ານກາຍມາ ຫລື ນໍາໄປທອດທີ່ວັດເລີຍ ໂດຍມີພິທີຮັບສິນຟັງເທດແລ້ວ ກ່າວຄໍາຖວາຍຜ້າປ່າ ແລະ ພະສົງກໍກ່າວ ຄໍາອະນຸໂມທະນາແລ້ວ ເປັນອັນວ່າຈົບພິທີ.
ຕາມການບອກເລົ່າ: ໃນສະໄໝພຸດທະການ ຍັງບໍ່ໄດ້ອະນຸຍາດໃຫ້ພະພິກຂຸສົງໃດໃຊ້ຜ້າຫລາຍຜືນ ໃຫ້ໃຊ້ແຕ່ຜ້າສາມຜືນເທົ່ານັ້ນ, ແຕ່ຍັງບໍ່ໄດ້ອະນຸຍາດ ໃຫ້ພະພິກຂຸສົງຂໍຜ້າຈາກຊາວບ້ານ, ພະສົງ ຕ້ອງສະ ແຫວງຫາຜ້າບັງສະກຸນ ແລ້ວນໍາມາທໍາຄວາມສະອາດ ແລະ ເອົາມາຫຍິບຕິດຕໍ່ກັນເປັນຜ້າໄຕຈີວອນຜືນໃດຜືນໜຶ່ງ. ເມື່ອພະສົງ ມີລະບຽບເຄັ່ງຄັດແນວນັ້ນ, ອອກຕົນຍາດໂຍມ ກໍຢາກໄດ້ບຸນນໍາ ເພິ່ນຈຶ່ງໄດ້ນໍາເອົາຜ້າດີໆມາເຮັດຄື ເຮັດຕາມທີ່ພະສົງຈະຮັບເອົາໄດ້ນັ້ນເອງ.
ປັດຈຸບັນ ການເຮັດຜ້າປ່ານັ້ນບໍ່ໄດ້ໜັກໄປໃນເລື່ອງຂອງຜ້າ, ແຕ່ເພິ່ນມຸ່ງໝາຍໃຫ້ໄດວັດຖຸປັດໄຈແລ້ວ ນໍາໄປສົມທົບເຂົ້າໃນການກໍ່ສ້າງສາທາລະນະ ປະໂຫຍດຕ່າງໆ ເພາະວ່າ ພະສົງ ມີຜ້າພຽງພໍແລ້ວ ແຕ່ວ່າການກໍ່ສ້າງ ຍັງບໍ່ທັນພຽງພໍ ຈຶ່ງນິຍົມເອົາເງິນ ຈາກສ່ວນນີ້ໄປສົມທົບທຶນກໍ່ສ້າງ, ວິທີນີ້ ເພິ່ນຍັງເອີ້ນວ່າ ທອດຜ້າປ່າ ຢູ່. ເມື່ອກໍານົດວັນເວລາໄດ້ແລ້ວພ້ອມທັງຮິບໂຮມ ເຄື່ອງຜ້າປ່າແລ້ວ ກໍອອກເດີນທາງ ໄປວັດທີ່ຈະທອດນັ້ນຕາມແຕ່ຈະສະດວກ, ເຄື່ອງທີ່ຄວນກະກຽມນັ້ນ ໄດ້ແກ່ຜ້າຈີວອນ, ອາຫານການກິນ ແລະ ເຄື່ອງໃຊ້ສອຍຕ່າງໆປະກອບມີເສື່ອ, ສາດ, ໝອນ ແລະ ມຸ້ງເປັນຕົ້ນ.
ການທອດຜ້າປ່າ ຈະທອດຍາມໃດ ກໍໄດ້ທັງກາງເວັນກາງຄືນ ແລ້ວແຕ່ສະດວກ ເມື່ອໄປຮອດວັດແລ້ວກໍປະກອບພິທີຖວາຍກອງຜ້າປ່າ ແລ້ວມີການເທດສະຫລອງ ອາດຟັງການສະແດງທໍາມະແບບຕ່າງໆ ເຊັ່ນເທດທໍາມາດ ຫລື ປາຖະກະຖາ ເປັນຕົ້ນ. ການທອດຜ້າປ່າ ໃນຍາມກາງຄືນນັ້ນ, ເມື່ອໄປຮອດວັດ ກໍໄຕ້ທູບທຽນ ເພື່ອເປັນສັນຍານໃຫ້ ພະສົງຮູ້ວ່າ ມີຜູ້ມາທອດຜ້າປ່າ, ພໍພະສົງລົງ ມາເຈົ້າສັດທາ ກໍຖວາຍໃຫ້ເອງ ຫລື ລີ້ຢູ່ໃຫ້ພະສົງ ຮັບເລີຍກໍໄດ້ ເມື່ອພະສົງຮັບແລ້ວ ກໍໃຫ້ພອນຍະຖາ…ແລ້ວກໍລັ່ນຄ້ອງກອງ ເພື່ອ ສະແດງຄວາມຊື່ນຊົມ ແລະ ຍິນດີທີ່ເປັນສັນຍະລັກວ່າ ພະສົງໄດ້ຮັບກອງຜ້າປ່າແລ້ວ, ຜູ້ໄດ້ຍິນສຽງຄ້ອງ ກອງ ກໍຍໍມືນົບສາທຸການໂມທະນານໍາ. ດັ່ງນັ້ນ ຈຶ່ງນັບວ່າເປັນການແຜ່ກຸສົນໃຫ້ອອກໄປຢ່າງກວ້າງຂວາງ.