2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ

2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ -                                scaled - 2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ
2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ - kitchen vibe - 2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: 15 ກຸມພາ 2022 ຜ່ານມາເຈົ້າໜ້າທີ່ໄດ້ຮັບແຈ້ງຈາກຜູ້ເສຍຫາຍ ເລື່ອງຄົນມາລັກເອົາລົດຈັກ MSX ສີແດງດໍາ ໝາຍເລກທະບຽນ 5197 ກໍາແພງນະຄອນ ຢູ່ຫ້ອງແຖວ ເຂດບ້ານຫົວຂົວ, ພໍມາຮອດເວລາ 8:00 ໂມງ ເຈົ້າໜ້າທີ່ສາມາດຈັບຕົວໄດ້ຄື: ທ້າວ ຄໍາ ພ້ອມເກັບກູ້ລົດຈັກທີ່ລັກໄດ້ຈໍານວນ 4 ຄັນ

ຜ່ານການສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ຜ່ານມາ ທ້າວ ຄໍາ ແລະ ທ້າວ ອື່ງໄດ້ສົມຮູ້ຮ່ວມຄິດກັນລັກລົດຈັກຂອງປະຊາຊົນ ເຊິ່ງໄດ້ລັກມາແລ້ວຫລາຍຄັ້ງ ພາຍຫລັງໄດ້ລົດມາແລ້ວກໍ່ເອົາໄປຂາຍ ໃຫ້ຜູ້ທີ່ຕ້ອງການຊື້ ແລ້ວເອົາເງິນໄປຊື້ຢາບ້າເສບ ແລະ ຫລິ້ນກິນ.

2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ - Visit Laos Visit SALANA BOUTIQUE HOTEL - 2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ

ທ້າວ ອື່ງຄໍາ ອາຍຸ 26 ປີ ກໍາມະກອນ ບ້ານຫົວຂົວ ເມືອງໄຊເສດຖາ ຖືກສານຕັດສິນຕັດອິດສະຫລະພາບ 1 ປີ 6 ເດືອນ ແລະ ທ້າວ ຈັນທະວົງ ຫລັງຄໍາ ອາຍຸ 32 ປີ ກໍາມະກອນ ບ້ານວຽງຈະເລີນ ເມືອງໄຊເສດຖາ ຖືກສານຕັດສິນຕັດອິດສະຫລະພາບ 3 ປີ 6 ເດືອນ ໃນຂໍ້ຫາລັກຊັບພົນລະເມືອງ ພາຍຫລັງພົ້ນໂທດອອກມາ ພວກກ່ຽວຍັງບໍ່ເຂັດຫລາບ ແລະ ໄດ້ສືບຕໍ່ສົມຮູ້ຮ່ວມຄິດກັນເຄື່ອນໄຫວລັກຊັບພົນລະເມືອງ ເຊິ່ງສ້າງຄວາມເສຍຫາຍດ້ານຊັບສິນຂອງປະຊາຊົນຢ່າງຫລວງຫລາຍ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ພວມສະຫລຸບສໍານວນຄະດີ ສົ່ງໄອຍະການດໍາເນີນຄະດີຕາມກົດໝາຍ.

2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ - 5 - 2 ຜູ້ຖືກຫາເຄີຍພົ້ນໂທດອອກມາແລ້ວ ແຕ່ຍັງສືບຕໍ່ລັກຊັບພົນລະເມືອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!