ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ

ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ - travel 3 1100x650 1 - ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ
ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ - kitchen vibe - ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ

ວັນທີ 2 ມີນາ 2022 ຜ່ານມາ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2022 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ ກ່ຽວກັບຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານມາດຕະຖານການທ່ອງ ທ່ຽວອາຊຽນຂອງແຂວງ ປະຈຳປີ 2022 ເປັນຕົ້ນແມ່ນຄວາມເອົາໃຈໃສ່ຕໍ່ການພັດທະນາວຽກງານການທ່ອງທ່ຽວຂອງແຂວງ ຈາກພະແນກ ຖວທ ກໍຄືອົງການປົກຄອງແຂວງຫຼວງພະບາງ. ໃຫ້ກຽດຂຶ້ນຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຄັ້ງທີ 2 (ນະຄອນ-ຫຼວງພະບາງ) ໂດຍແມ່ນ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ, ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ແຫລ່ງທ່ອງທ່ຽວສວນອຸທິຍານນໍ້າຕົກຕາດກວາງຊີ) ແມ່ນ ທ່ານ ນາງ ສຸດາພອນ ຄົມທະວົງ ລາງວັນມາດຕະຖານໂຮງແຮມຂຽວອາຊຽນ 2 ລາງວັນ ໂດຍແມ່ນຜູ້ອຳນວຍການໂຮງແຮມເດິແກຣນ ແລະ ໂຮງແຮມສຸວັນນະພູມ ຂຶ້ນຮັບ ໂດຍການໃຫ້ກຽດມອບລາງວັນອັນຊົງກຽດຄັ້ງນີ້ຈາກ ທ່ານ ນາງ ສວນສະຫວັນ ວິຍະເກດ.

ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ - Visit Laos Visit SALANA BOUTIQUE HOTEL - ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ

ນັບແຕ່ປີ 2018-2020 ແຂວງຫລວງພະບາງ ສາມາດຍາດໄດ້ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ເຖິງ 17 ລາງວັນ ຄື:
– ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 1 ລາງວັນ ໃນ2018 ໂດຍແມ່ນ ນະຄອນ-ຫລວງພະບາງ ໄດ້ຮັບລາງວັນ
– ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 2 ລາງວັນ (ປີ 2018 ແມ່ນແຫລ່ງທ່ອງທ່ຽວພູສີ ແລະ ປີ 2020 ແມ່ນແຫລ່ງທ່ອງທ່ຽວວັດຊຽງທອງ)
– ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ 2 ລາງວັນ (2017 ແລະ 2020)
– ລາງວັນມາດຕະຖານຫ້ອງນໍ້າສາທາລະນະອາຊຽນ 1 ແຫ່ງ (2018-2020)
– ລາງວັນມາດຕະຖານນວດແຜນບູຮານ ອາຊຽນ 2 ແຫ່ງ (2018 ແລະ 2020)
– ລາງວັນມາດຕະຖານໂຮງແຮມຂຽວອາຊຽນ 9 ແຫ່ງ (2017 – 2020).

ປີ 2022 ແຂວງຫລວງພະບາງ ກໍສາມາດຍາດລາງວັນມາດຕະຖານການທ່ອງທ່ຽວອາຊຽນໄດ້ 4 ລາງວັນ ຄື:
1. ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ນະຄອນ-ຫລວງພະບາງ) ເປັນຄັ້ງທີສອງ ມີ 1 ລາງວັນ
2. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ແຫລ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ) 1 ລາງວັນ
3. ລາງວັນມາດຕະຖານໂຮງແຮມຂຽວອາຊຽນ 2 ລາງວັນ ມີ 2 ແຫ່ງ ຄື: ໂຮງແຮມເດິແກຣນ ແລະ ໂຮງແຮມສຸວັນນະພູມ.

ແຂວງຫລວງພະບາງ ໄດ້ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທັງໝົດ ເປັນ 21 ລາງວັນ ແລະ ລາງວັນທີ່ໄດ້ຮັບໃນເທື່ອນີ້ແມ່ນມີອາຍຸການ 2 ປີ ເມື່ອຄົບກໍານົດຈະໄດ້ມີການປະເມີນ ແລະ ສະເໜີຮັບລາງວັນຄືນໃໝ່ ຕາມເປົ້າໝາຍຂອງມາດຕະຖານ ແລະ ເງື່ອນໄຂທີ່ກຳນົດໄວ້ ປະກອບມີ 7 ຕົວຊີ້ວັດຫລັກ, 28 ຕົວຊີ້ວັດຍ່ອຍ ແລະ 108 ມາດຕະຖານ ຂອງແບບຟອມມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ.

ທັງໝົດນີ້, ແມ່ນຄວາມເອກອ້າງທະນົງໃຈ ແລະ ເປັນການຢັ້ງຢືນເຖິງຄວາມສໍາເລັດໃນເບື້ອງຕົ້ນຕໍ່ການພັດທະນາການທ່ອງທ່ຽວ, ເປັນການກະຕຸ້ນໃຫ້ມີການກຽມຄວາມພ້ອມ, ການເອົາໃຈໃສ່ຊຸກຍູ້, ສົ່ງເສີມ, ພັດທະນາແຫລ່ງທ່ອງທ່ຽວຕາມຫລັກວິຊາການ ແລະ ແນໃສ່ນໍາຜົນປະໂຫຍດມາສູ່ປະຊາຊົນທ້ອງຖິ່ນ, ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ແລະ ເຮັດໃຫ້ແຫລ່ງທ່ອງທ່ຽວມີມາດຕະຖານ ແລະ ມີຄວາມຍືນຍົງ.

ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ - 3 - ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!