ເມື່ອລົ້ມຢ່າກົ້ມໜ້າປົບ
ບໍ່ວ່າຈະກໍລະນີໃດເຖິງວ່າເຮົາລົ້ມແລ້ວ ກໍຂໍໃຫ້ຮູ້ວ່າ: ນັ້ນຄືການເລີ່ມຕົ້ນຊີວິດທີ່ເຂັ້ມແຂງ, ແຕ່ເມື່ອລົ້ມແລ້ວ ກໍຢ່າກົ້ມໜ້າ, ຢ່ານອນແນບພື້ນດິນຈົ່ງຕັ້ງໝັັ້ນໄວ້ ພຽງແຕ່ເງີຍໜ້າຂຶ້ນມາແລ້ວຢືນຂຶ້ນ ເຊິ່ງຖ້າເຮັດໄດ້ແບບນີ້ເຖິງວ່າຈະລົ້ມຈັກເທື່ອກໍບໍ່ອາດຖ່ວງດຶງຊີວິດເຮົາພົບຄວາມພ່າຍແພ້ໄດ້.
ພວກເຮົາລອງວາດພາດ ຫລື ທົບທວນຄືນຕອນເຮົາຍັງເປັນເດັກນນ້ອຍເຍົາໄວ ຫລື ບໍ່ກໍລອງເບິ່ງຊີວິດທີ່ຜ່ານມາ, ເຮົາເຄີຍເຫັນເດັກນ້ອຍແລ່ນ, ຍ່າງແລ້ວລົ້ມມານັບເທື່ອບໍ່ໄດ້, ແຕ່ຍັງບໍ່ເຄີຍເຫັນເດັກນ້ອຍຄົນໃດລົ້ມແລ້ວຈະນອນແຊ່ຢູ່ຈົນຂ້າມມື້ຂ້າມຄືນໂດຍບໍ່ຍອມລຸກຂຶ້ນມາ ຢ່າງໜ້ອຍກໍພຽງແຕ່ໄຫ້ເພາະຄວາມເຈັບປວດ, ແຕ່ນັ້ນເປັນຄວາມຮູ້ສຶກທຳມະດາຂອງເດັກນ້ອຍທຸກຄົນເພາະເຂົາເປັນເດັກນ້ອຍທີ່ອ່ອນແອຄົນໜຶ່ງເທົ່ານັ້ນ.
ນີ້ຄືພາບທີ່ສະທ້ອນໃຫ້ເບິ່ງເຫັນສັດຈະທຳຊີວິດ ແລະ ບໍ່ມື້ໃດກໍມື້ໜຶ່ງເມື່ອເດັກນ້ອຍໃຫຍ່ຂຶ້ນມາ, ການລົ້ມຂອງພວກເຂົາບໍ່ພຽງແຕ່ເປັນການລົ້ມເທົ່ານັ້ນ, ແຕ່ມັນຈະກາຍເປັນເລື່ອງຂອງຊີວິດ ເຊັ່ນ: ໜ້າທີ່ການງານ, ການຮຽນ, ຄວາມຮັກຄອບຄົວ, ໝູ່ເພື່ອນ, ສັງຄົມ, ເປົ້າໝາຍຊີວິດ…ທຸກຄວາມຕ້ອງການໃນຊີວິດຂອງເຮົາບໍ່ແມ່ນຈະປະສົບຜົນສຳເລັດ ຫລື ຜ່ານໄປໄດ້ຢ່າງງ່າຍດາຍທຸກເລື່ອງ ບາງເລື່ອງເຮົາອາດຫລົ້ມແຫລວ ບາງເລື່ອງເຮົາອາດຜິດຫວັງ ເຊິ່ງຈະສະທ້ອນເປັນພາບປຽບທຽບຄືກັບປະສົບການທີ່ເຄີຍລົ້ມເມື່ອຕອນຍັງເປັນເດັກນ້ອຍທີ່ພວມແລ່ນຫລິ້ນ. ເມື່ອເດັກນ້ອຍລົ້ມແລ້ວ ເຂົາກໍຟ້າວລຸກຂຶ້ນມາແລ່ນອີກເທື່ອໃໝ່ຢ່າງມີຄວາມສຸກ.
ແນວໃດກໍດີ, ເມື່ອເຮົາລົ້ມ ຫລື ຜິດພາດເລື່ອງໃດເລື່ອງໜຶ່ງ ກໍຢ່າຈົມຢູ່ກັບຄວາມຫລົ້ມແຫລວນັ້ນ ຈົ່ງລຸກຢືນຂຶ້ນແລ້ວເລີ່ມຕົ້ນກັນໃໝ່ ຈົ່ງເປັນຄືກ້ອນຫີນທີ່ແຂງແຮງທົນທານໜັກແໜ້ນ ຢ່າເປັນພຽງນ້ຳກ້ອນທີ່ເປື່ອຍ ແລະ ແຫລວກາຍເປັນນ້ຳ. ທ່ານອາດຈະເປັນຄົນໜຶ່ງທີ່ຢູ່ໃນສະຖານະການແບບນີ້ ໃຫ້ລອງຢືນຂຶ້ນອີກເທື່ອໃໝ່ແລ້ວກຳມືຂອງເຮົາໃຫ້ແໜ້ນ ຮຽກພະລັງຂອງການເລີ່ມຕົ້ນໃໝ່ໃຫ້ກັບມາອີກ.