ອາດີດາສ ຢຸດເປັນຜູ້ສະຫນັບສະຫນູນທີມຊາດ ຣັສເຊຍ ຕໍ່ຕ້ານການຮຸກຮານໃນ ຢູເຄຣນ




ອາດີດາສ ຮ່ວມສະແດງອອກເພື່ອຕໍ່ຕ້ານກໍລະນີ ຣັສເຊຍ ເຮັດສົງຄາມຮຸກຮານໃສ່ ຢູເຄຣນ ໂດຍຫລ້າສຸດປະກາດລະງັບການເປັນຜູ້ສະຫນັບສະຫນູນໃຫ້ກັບທີມບານເຕະທີມຊາດຣັສເຊຍແລ້ວ.
ອາດີດາສ ເຈົ້າຂອງຜະລິດຕະພັນກິລາຊື່ດັງລະດັບໂລກ ເປັນອີກຝ່າຍທີ່ຮ່ວມສະແດງອອກເພື່ອຕໍ່ຕ້ານກໍລະນີຣັສເຊຍເຮັດສົງຄານໃສ່ ຢູເຄຣນ ໂດຍຫລ້າສຸດປະກາດຢຸດຕິການເປັນຜູ້ສະຫນັບສະຫນູນໃຫ້ກັບທີມບານເຕະຣັສເຊຍແລ້ວ.
ວິກິດການຄັ້ງໃຫຍ່ຂອງໂລກຄັ້ງນີ້ ສືບເນື່ອງມາຈາກກໍລະນີພິພາດອັນຍາວນານລະຫວ່າງຣັສເຊຍ-ຢູເຄຣນ ຈົນ ວະລາດີເມຍ ປູຕິນ ປະທານາທິບໍດີຣັສເຊຍ ສັ່ງເປີດສາກໂຈມຕີໃສ່ຢູເຄຣນເມື່ອກາງອາທິດທີ່ຜ່ານມາ ທ່າມກາງກະແສຕໍ່ຕ້ານຈາກສັງຄົມໂລກ.
ໂດຍວົງການບານເຕະກໍມີຫລາຍຝ່າຍທີ່ຮ່ວມສະແດງອອກເພື່ອຕໍ່ຕ້ານຣັສເຊຍ ລວມທັງສະຫະພັນບານເຕະນາໆຊາດ (ຟີຟາ) ແລະ ສະຫະພັນບານເຕະຢູໂຣບ (ຢູຟາ) ທີ່ສັ່ງລົງໂທດຫ້າມຣັສເຊຍລົງແຂ່ງຂັນທຸກລາຍການ ຈົນຫລ້າສຸດ ອາດີດາສ ກໍຮ່ວມຢຸດຕິໃຫ້ການສະຫນັບສະຫນູນເຊ່ັນດຽວກັນ.
ສຳລັບອາດີດາສ ເປັນຜູ້ສະຫນັບສະຫນູນໃຫ້ທີີມຊາດຣັສເຊຍມາຕັ້ງແຕ່ປີ 2008 ໂດຍໃນປີ 2020 ອາດີດາສມີລາຍໄດ້ຈາກການຈຳຫນ່າຍສິນຄ້າໃນຣັສເຊຍ ແລະ ກຸ່ມປະເທດເຄືອຂ່າຍລັດເອກະລາດ (ຊີໄອເອສ) 584 ລ້ານຢູໂຣ ຄິດເປັນ 2,9% ຂອງລາຍໄດ້ທັງຫມົດໃນປີດັ່ງກ່າວ.