ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ

ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ -                                               - ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ
ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ - kitchen vibe - ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ

ວັນທີ 1 ມີນາ 2022 ນີ້ທີ່ສະຖານທູດຍີ່ປຸ່ນ ປະຈຳສປປ ລາວ ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ຕາງໜ້າລັດຖະບານຍີ່ປຸ່ນ ໄດ້ມອບທຶນຊ່ວຍເຫຼືອເພື່ອການພັດທະນາໃນໂຄງການກໍ່ສ້າງຕໍ່ເຕີມຕຶກຊຶມເຊື້ອໂຮງໝໍແຂວງຈຳປາສັກ 365.516 ໂດລາໃຫ້ແກ່ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ. ມີຜູ້ອຳນວຍການໂຮງໝໍແຂວງຈຳປາສັກ, ພະແນກການ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວິໄລວົງ ບຸດດາຄຳ ກ່າວສະແດງຄວາມຂອບໃຈທີ່ລັດຖະບານຍີ່ປຸ່ນຊ່ວຍແຂວງຈຳປາສັກຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນທີ່ໄດ້ຊ່ວຍເຫຼືອກໍ່ສ້າງຕໍ່ເຕີມຕຶກຊຶມເຊື້ອໂຮງໝໍແຂວງຈຳປາສັກ ເປັນຕົ້ນຫ້ອງນອນຄົນເຈັບທີ່ບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ພັກເຊົາປິ່ນປົວ ແລະ ການຊ່ວຍເຫຼືອຈະຮັບປະກັນເຮັດໃຫ້ການເຂົ້າເຖິງການບໍລິການປິ່ນປົວຂອງປະຊາຊົນໄດ້ຢ່າງທົ່ວເຖິງ, ສາມາດຫຼຸດຜ່ອນຄວາມແອອັດ ແລະ ຫວັງວ່າ ລັດຖະບານຍີ່ປຸ່ນກໍຄືສະຖານທູດຍີ່ປຸ່ນປະຈຳສປປ ລາວ ຈະສືບຕໍ່ຊ່ວຍເຫຼືອຕະຫຼອດໄປ.

ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ
ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ - 3 - ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ
ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ - 4 - ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ
ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ - 5 - ຍີ່ປຸ່ນ ມອບທຶນຊ່ວຍແຂວງຈຳປາສັກ ສາມແສນກວ່າໂດລາ