ສະເໜ່ບຸນຊ່ວງເຮືອຫລວງພະບາງ

- lung peng1 - ສະເໜ່ບຸນຊ່ວງເຮືອຫລວງພະບາງ
- kitchen vibe - ສະເໜ່ບຸນຊ່ວງເຮືອຫລວງພະບາງ

ເມື່ອຮອດເດືອນ 9 ແຮມ 14 ຄໍ່າຂອງທຸກໆປີ ຊາວຫຼວງ ພະບາງນອກຈາກປະຕິບັດຮີດ ຄອງປະເພນີບຸນເຂົ້າປະດັບດິນ ແລ້ວ ຍັງມີປະເພນີບຸນຊ່ວງເຮືອ ນຳອີກ ການຊ່ວງເຮືອຫຼວງພະ ບາງນີ້ນັບວ່າເປັນສະເໜ່ດຶງດູດ ຈິດໃຈໃຫ້ປະຊາຊົນທັງພາຍໃນ ແລະຕ່າງປະເທດໄດ້ເບິ່ງໄດ້ຊົມກັນຢ່າງມ່ວນຊື່ນ, ຖືເປັນເອກະ ລັກໂດດເດັ່ນສະເພາະຕົວເພາະ ວ່າມີແຕ່ຢູ່ຫຼວງພະບາງແຫ່ງ ດຽວໃນປະເທດເທົ່ານັ້ນ.

 

- Visit Laos Visit SALANA BOUTIQUE HOTEL - ສະເໜ່ບຸນຊ່ວງເຮືອຫລວງພະບາງ

 

 

- sww 300x225 - ສະເໜ່ບຸນຊ່ວງເຮືອຫລວງພະບາງ

 

 

+ ຊາວພຸດລາວຮ່ວມໃສ່ບາດບຸນເຂົ້າພັນສາດ້ວຍຈິດໃຈຊື່ນບານ

+ ເຮັດເຂົ້າຕົ້ມຂາຍກໍມີລາຍໄດ້ດີ

+ ຂາຍເຄື່ອງກອງບຸນກໍລ້ຽງຊີບໄດ້

 

 

ສະຖານທີ່ຈັດປະເພນີບຸນ ຊ່ວງເຮືອນັ້ນແມ່ນ ຢູ່ສາຍນໍ້າຄານ ເພາະວ່າໄລຍະເດືອນເກົ້າເດືອນສິບນັ້ນເປັນໄລຍະນໍ້າຄານຂຶ້ນ ເຕັມຝັ່ງເໝາະແກ່ການຊ່ວງເຮືອ ແລະ ຍັງເປັນການສະເຫຼີມ ສະຫຼອງຜົນສຳເລັດໃນການ ປັກດຳເຂົ້ານາປີອີກດ້ວຍເພາະ ວ່າ ໃນ ເມື່ອກ່ອນ ເມືອງຫຼວງພະ ບາງມີເຈົ້າຊີວິດປົກຄອງ ເມື່ອ ຮອດລະດູການຊ່ວງເຮືອເຈົ້າຊີ ວິດ ກໍຈະໄດ້ອອກມາ ຢ້ຽມຢາມ ປະຊາລາສະດອນໄດ້ເຫັນຊີວິດ ແລະ ຄວາມເບີກບານຂອງ ໄພ່ພົນ.

ນອກຈາກນີ້ແລ້ວເຫດຜົນ ທີ່ຊາວຫຼວງພະບາງຈັດປະເພ ນີບຸນຊ່ວງເຮືອໃນຍາມເກົ້າດັບ ແລະຊ່ວງຢູ່ສະເພາະລຳນໍ້າຄານ ນັ້ນແມ່ນມີເລື່ອງເລົ່າຈາກຜູ້ເຖົ້າ ແກ່ອາວຸໂສຢູ່ເມືອງຫຼວງ ພະບາງ ວ່າ ເປັນການບູຊາພະຍານາກທີ່ ເປັນເຈົ້າເຝົ້າຢູ່ປາກ ແມ່ນໍ້າຄານ ເຊິ່ງຊາວບ້ານເອີ້ນວ່າອ້າຍຕົງ ກວ້າງຂວາຢູ່ປາກຄານ.

ຄວາມເປັນສະເໜ່ຂອງ ງານບຸນຊ່ວງເຮືອຫຼວງພະບາງ ນັ້ນທ່ານຈະໄດ້ເຫັນການຊ່ວງ ເຮືອຍາວ, ແຂ່ງຂັນເຮືອງາມ ແລະ ແຂ່ງຂັນເຮືອເຊີ້ງ ພ້ອມ ທັງມີການເປີດຕະຫຼາດນັດ, ວາງສະແດງສິນຄ້າຢ່າງຫຼາກ ຫຼາຍ ເພື່ອໃຫ້ພໍ່ແມ່ປະຊາຊົນ ຈາກຕ່າງເມືອງຕ່າງແຂວງ ແລະ ຕ່າງປະເທດໄດ້ເບິ່ງໄດ້ຊົມພ້ອມ ທັງຊື້ເຄື່ອງຝາກຂອງຕ້ອນເປັນ ທີ່ລະນຶກນໍາອີກ.
ຄວາມເປັນສະເໜ່ອີກຢ່າງໜຶ່ງທີ່ເຫັນຈາກການຊ່ວງເຮືອ, ຕະຫຼາດນັດແລ້ວ ທ່ານຈະໄດ້ ເຫັນຄວາມ ມີໄມຕີຈິດຈາກຊາວ ຫຼວງພະບາງ ທີ່ມີນໍ້າໃຈອັນອົບ ອຸ່ນ ແລະ ເຫັນຄົນມາກໜ້າ ຫຼາຍ ຕາທີ່ໄປລວມຕົວກັນຢູ່ງານປະ ເພນີບຸນຊ່ວງເຮືອນັ້ນ ເຊິ່ງຖືວ່າ ເປັນກຳໄລຊີວິດທີ່ໄດ້ພົບພໍ່ແມ່ ປະຊາຊົນທີ່ເຕັມໄປດ້ວຍຮອຍ ຍິ້ມທີ່ເອີບອີ່ມໄປດ້ວຍຄວາມ ສຸກ. ໃນຊີວິດນີ້ເພື່ອໃຫ້ໄດ້ຄົບລົດ ຊາດແຫ່ງຄວາມສຸກຕ້ອງໄດ້ໄປ ສຳຜັດກັບບັນຍາກາດທີ່ແທ້ຈິງ ໃຫ້ໄດ້.

ຜູ້ໃດທີ່ຢາກ ໄປທ່ຽວຊົມ ງານປະເພນີບຸນຊ່ວງເຮືອທີ່ ຫຼວງພະບາງປີນີ້ແມ່ນເພິ່ນຈະ ຈັດຂຶ້ນໃນວັນທີ 21 ເດືອນ ສິງ ຫາ ກົງກັບມື້ແຮມ 14 ຄໍ່າ ເດືອນ 9 ລາວທີ່ຈະມາເຖິງນີ້.

 

ໂດຍ: ຄຳພຸດ ເທບພະນົມ

 

 

- 5 - ສະເໜ່ບຸນຊ່ວງເຮືອຫລວງພະບາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!