ເລສເຕີ ຊິຕີ ແລະ ປະທານສະໂມສອນ ໄດ້ຮັບລງວັນກຽດຕິຍົດປະຈຳເມືອງ




ເລສເຕີ ຊິຕີ ໄດ້ຮັບລາງວັນກຽດຕິຍດແຫ່ງເສລີພາບຂອງເມືອງເລສເຕີ ຈາກສະພາເມືອງ ເລສເຕີ ຂະນະທີ່ ທ່ານ ໄອຍະວັດ ສີວັດທະນາປະພາ ປະທານສະໂມສອນ ແລະ ທ່ານ ວິໄຊ ສີວັດທະນາປະພາ ອະດີດປະທານ ຮັບລາງວັນບຸກຄົນຜູ້ຊົງຄຸນຄ່າຂອງເມືອງເລສເຕີ.
ສະໂມສອນ ເລສເຕີ ຊິຕີ ໄດ້ຮັບລາງວັນກຽດຕິຍົດຂອງເມືອງ ເລສເຕີ ໂດຍລາງວັນນີ້ໄດ້ຮັບການລົງມະຕິຜ່ານຄວາມເຫັນດີຈາກຄະນະຜູ້ບໍລິຫານສະພາເທສະບານເມືອງ ເລສເຕີ ຊິຕີ ເມື່ອບໍ່ດົນມານີ້.
ລາງວັນນີ້ ຖືເປັນກຽດຕິຍົດສູງສຸດທີ່ສະພາເທດສະບານເມືອງເລສເຕີ ມອບໃຫ້ແກ່ບຸກຄະລາກອນຜູ້ມີຄຸນຄ່າການເມືອງ ເລສເຕີ ໂດຍມີບົດບາດສຳຄັນໃນການຊຸຸກຍູ້ໃຫ້ສະໂມສອນບານເຕະ ເລສເຕີ ຊິຕີ ປະສົບຄວາມສຳເລັດໄດ້ເປັນທີ່ຮູ້ຈັກຢ່າງແຜ່ຫລາຍ ລວມໄປເຖິງການມີບົດບາດສຳຄັນໃນການສົ່ງເສີີມຄວາມຈະເລີນຂອງຊຸມຊົນທ້ອງຖິ່ນນຳອີ.
ນອກຈາກນີ້ ທາງສະພາເທສະບານເມືອງ ໄດ້ມີການອະນຸມັດໃຫ້ມີການສະເຫນີລາງວັນໃຫມ່ສຳລັບບຸກຄົນຜູ້ຊົງຄຸນຄ່າ ໂດຍໃຊ້ຊື່ວ່າ : ‘‘ ເດິ ຊິຕີ ອອຟ ເລສເຕີ ອາວອດ ’’ ຫລື ລາງວັນບຸກຄົນຜູ້ຊົງຄຸນຄ່າວ່າຂອງເມືອງເລສເຕີ ໂດຍທີ່ໄດ້ຮັບລາງວັນນີ້ ເປັນຄົນທຳອິດໄດ້ແກ່ ທ່ານ ໄອຍະວັດ ສີວັດທະນະປະພາ ປະທານສະໂມສອນບານເຕະ ເລສເຕີ ຊິຕີ ຄົນປັດຈຸບັນ ແລະ ທ່ານ ວິໄຊ ສີວັດທະນາປະພາ ອະດີດປະທານສະໂມສອນ.
ລາງວັນດັ່ງກ່າວໄດ້ມອບໄວ້ເພື່ອເປັນການສະແດງເຖິງຄວາມສຳເລັດອັນເປັນທີ່ປະຈັກແກ່ສາທາລະນະ ໃນການສ້າງແຮງຊຸກຍູ້ໃນທາງສ້າງສັນໃຫ້ເກີດຂຶ້ນກັບຊຸມຊົນໃນວົງກວ້າງ ແລະຍັງເປັນການສ້າງແຮງບັນດານໃຈອັນຍິ່ງໃຫຍ່ແກ່ຊາວເມືອງ ເຊິ່ງລາງເຖິງໃນດ້ານການສຶກສາ, ວັດທະນະທຳ, ຄວາມເປັນຢູ,
ແລະ ເສດຖະກິດໃນເຂດຊຸມຊົນເມືອງ, ຄວບຄູ່ໄປກັບການເຮັດໃຫ້ເມືອງນີ້ເປັນທີ່ຍອມຮັບໃນສາຍຕາຂອງຄົນທົ່ວໂລກ.