NASA ຈະໃຊ້ເຮືອບິນເຈ໊ທ ຕິດຕາມຖ່າຍພາບສຸຣິຍຸປະຣາຄາເຕັມດວງ ວັນທີ 21 ສິງຫານີ້

- kitchen vibe - NASA ຈະໃຊ້ເຮືອບິນເຈ໊ທ ຕິດຕາມຖ່າຍພາບສຸຣິຍຸປະຣາຄາເຕັມດວງ ວັນທີ 21 ສິງຫານີ້

ເຖິງວ່າປະເທດເຮົາຈະບໍ່ສາມາດເບິ່ງເຫັນປາກົດການ ສຸຣິຍຸປະຣາຄາ ທີ່ຈະເກີດຂຶ້ນໃນວັນທີ 21 ສິງຫານີ້ ກໍບໍ່ຕ້ອງນ້ອຍໃຈ ເພາະທາງ NASA ເຂົາວາງແຜນທີ່ຈະນໍາເຮືອບິນເຈ໊ທຂຶ້ນບິນຕິດຕາມຖ່າຍພາບ ສຸຣິຍຸປະຣາຄາ ຢ່າງທີ່ບໍ່ເຄີຍມີມາກ່ອນ ຄາດວ່າຈະມີພາບງາມໆຂອງ ສຸຣິຍຸປະຣາຄາເຕັມດວງແບບຊັດເຈນ ມາສູ່ສາຍຕາຍຊາວໂລກຢ່າງແນ່ນອນ ໂດຍຍານພາຫະນະທີ່ທາງ NASA ຈະນໍາມາໃຊ້ໃນພາລະກິດບິນຕິດຕາມຖ່າຍພາບ ສຸຣິຍຸປະຣາຄາ ໃນຄັ້ງນີ້ ເປັນເຮືອບິນເຈ໊ທລຸ້ນເກົ່າຈາກຍຸກ 1950 ທີ່ມີຊື່ລຸ້ນວ່າ WB-57F ນໍາມາຕິດຕັ້ງອຸປະກອນເສີມ ເພື່ອການຖ່າຍພາບດວງຕາ​ເວັນໃນຂະນະທີ່ເກີດ ສຸຣິຍຸປະຣາຄາເຕັມດວງ ດ້ວຍຄວາມລະອຽດສູງ ແບບທີ່ບໍ່ເຄີຍມີມາກ່ອນ.

- 21                2 - NASA ຈະໃຊ້ເຮືອບິນເຈ໊ທ ຕິດຕາມຖ່າຍພາບສຸຣິຍຸປະຣາຄາເຕັມດວງ ວັນທີ 21 ສິງຫານີ້

- Visit Laos Visit SALANA BOUTIQUE HOTEL - NASA ຈະໃຊ້ເຮືອບິນເຈ໊ທ ຕິດຕາມຖ່າຍພາບສຸຣິຍຸປະຣາຄາເຕັມດວງ ວັນທີ 21 ສິງຫານີ້

ເຮືອບິນເຈ໊ຕ WB-57F ຖືກນໍາມາທົດສອບຄວາມພ້ອມທີ່ສະຖາບັນວິໄຈ Johnson Space Center ຂອງ NASA ສ່ວນຫົວເຮືອບິນທີ່ມີການຫໍ່ຫຸ້ມດ້ວຍວັດສະດຸສີເງິນ ຄືສ່ວນທີ່ມີການຕິດຕັ້ງກ້ອງໂທລະທັດເອົາໄວ້.

ເຮືອບິນລຸ້ນ WB-57F  ຈໍານວນ 2 ລໍາໄດ້ຖືກນໍາມາຕິດຕັ້ງເຂົ້າໄປທີ່ສ່ວນຫົວຂອງລໍາເຮືອ ແລະ ດ້ວຍກ້ອງໂທລະທັດທັ້ງ 4 ໂຕນີ້ ຈະເຮັດໃຫ້ Amir Caspi ແຫ່ງສະຖາບັນວິໄຈ Southwest Research Institute ສາມາດບັນທຶກພາບທີ່ຊັດເຈນທີ່ສຸດຂອງຊັ້ນບັນຍາກາດນອກດວງຕາ​ເວັນ  ກໍຄືສິ່ງທີ່ນັກວິທະຍາສາດເອີ້ນວ່າ Corona ( ໂຄໂຣນາ ຄືພະລາສະມາຊະນິດໜຶ່ງໃນຊັ້ນບັນຍາກາດຂອງດວງຕາ​ເວັນ ສາມາດສັງເກດເຫັນໄດ້ໃນຂະນະທີ່ເກີດສຸຣິຍຸປະຣາຄາ) ລວມເຖິງພາລະກິດນີ້ຍັງມີການຖ່າຍພາບແບບອຸນຫະພູມຄວາມຮ້ອນ   (Thermal image) ຂອງດາວພຸດເປັນຄັ້ງທໍາອິດອີກດ້ວຍ ຄືເປັນການຍິງປືນລູກດຽວໄດ້ນົກ 2 ໂຕ.

- 21                3 - NASA ຈະໃຊ້ເຮືອບິນເຈ໊ທ ຕິດຕາມຖ່າຍພາບສຸຣິຍຸປະຣາຄາເຕັມດວງ ວັນທີ 21 ສິງຫານີ້

Corona ຂອງດວງຕາ​ເວັນ ສາມາດສັງເກດເຫັນໄດ້ໃນຂະນະທີ່ເກີດສຸຣິຍຸປະຣາຄາ

            ໂດຍກ້ອງເທິງເຮືອບິນເຈ໊ຕ ສາມາດຖ່າຍພາບແບບຄວາມລະອຽດສູງ​ໃນຄວາມໄວ 30 fps (ພາບຕໍ່ວິນາທີ) ຕະຫຼອດໄລຍະເວລາທີ່ເກີດສຸຣິຍຸປະຣາຄາເຕັມດວງ ແລະ ການບິນຕິດຕາມຂອງເຮືອບິນເຈ໊ທ ຈະເຮັດໃຫ້ເບິ່ງເຫັນປາກົດການ ສຸຣິຍຸປະຣາຄາເຕັມດວງ ໄດ້ຍາວນານກວ່າການທີ່ເຮົາເຝົ້າສັງເກດການເທິງພື້ນໂລກເຖິງ 3 ເທົ່າ ​ເຊ່ິງການທີ່ເຮືອບິນເຈ໊ທ ບິນຢູ່ໃຕ້ເງົາຂອງດວງຈັນເທິງຊັ້ນບັນຍາກາດລະດັບ Stratosphere ຈະເຮັດໃຫ້ການບັນທຶກພາບເຮັດໄດ້ຢ່າງກະຈ່າງ​ແຈ້ງແບບທີ່ບໍ່ເຄີຍມີມາກ່ອນ ເພາະບໍ່ຖືກລົບກວນຈາກຊັ້ນບັນຍາກາດໂລກ ແລະ ພາບຖ່າຍເຫຼົ່ານີ້ຈະຖືກນໍາມາວິເຄາະຫາສາເຫດວ່າ ເປັນຫຍັງຊັ້ນບັນຍາການຂອງດວງຕາ​ເວັນ​ຈຶ່ງໄດ້ມີຄວາມຮ້ອນສູງ (ໃນລະດັບລ້ານອົງສາ) ໃນຂະນະທີ່ເທິງພື້ນຜິວຂອງດວງຕາ​ເວັນ ພັດມີຄວາມຮ້ອນພຽງລະດັບພັນອົງສາເທົ່ານັ້ນ.

- 4 - NASA ຈະໃຊ້ເຮືອບິນເຈ໊ທ ຕິດຕາມຖ່າຍພາບສຸຣິຍຸປະຣາຄາເຕັມດວງ ວັນທີ 21 ສິງຫານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!