ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ:ຣັດເຊຍຮຽກຮ້ອງໃຫ້ຢູເຄຣນສະແດງຄວາມຈິງໃຈໃນການເຈລະຈາ
February 27, 2022 - 10:31 AM


ວັນທີ 26 ກຸມພານີ້, CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ສຳພາດທ່ານນາງມາເຣຍ ຊາຮາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍ ແລະ ຕັ້ງຄຳຖາມກ່ຽວກັບສະຖານະການລະຫວ່າງຣັດເຊຍ ກັບ ຢູເຄຣນ.
ທ່ານນາງຊາຮາໂຣວາກ່າວວ່າ,ຣັດເຊຍໄດ້ກຽມພ້ອມແລ້ວທີ່ຈະຈັດການເຈລະຈາກັບຢູເຄຣນ,ຈະສົ່ງຄະນະຜູ້ແທນໄປນະຄອນຫຼວງມິນສ໌ກ໌ຂອງເບລາລຸດຊີ ເພື່ອຈັດການເຈລະຈາລະດັບສູງກັບຢູເຄຣນ.ພ້ອມກັນນັ້ນ, ທ່ານນາງຊາຮາໂຣວາກໍ່ຮຽກຮ້ອງໃຫ້ຢູເຄຣນສະແດງຄວາມຈິງໃຈ,ມີຄວາມເຫັນເປັນເອກະສັນກັນພາຍໃນປະເທດແລ້ວຈິ່ງເຈລະຈາກັບຣັດເຊຍ.
CRI