ປະທານາທິບໍດີອູແກຼນກ່າວວ່າ: ປະເທດຕາເວັນຕົກໄດ້ປະຖິ້ມອູແກຼນແລ້ວ

- 6mdd9bm8 volodymyr zelensky 625x300 25 February 22 - ປະທານາທິບໍດີອູແກຼນກ່າວວ່າ: ປະເທດຕາເວັນຕົກໄດ້ປະຖິ້ມອູແກຼນແລ້ວ
- kitchen vibe - ປະທານາທິບໍດີອູແກຼນກ່າວວ່າ: ປະເທດຕາເວັນຕົກໄດ້ປະຖິ້ມອູແກຼນແລ້ວ
ວັນທີ 25 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານເຊເລນສະກີ ປະທານາທິບໍດີອູແກຼນກ່າວວ່າ: ປະເທດຕາເວັນຕົກໄດ້ປະຖິ້ມອູແກຼນແລ້ວ.
ທ່ານເຊເລນສະກີກ່າວວ່າ: ຕົນເອງໄດ້ຖາມຜູ້ນຳປະເທດເອີຣົບ 27 ຄົນວ່າອູແກຼນສາມາດເຂົ້າເປັນສະມາຊິກນາໂຕໄດ້ຫຼືບໍ່, ແຕ່ບໍ່ໄດ້ຮັບຄຳຕອບຫຍັງເລີຍ. ນອກນັ້ນ, ທ່ານເຊເລນສະກີຍັງກ່າວວ່າອູແກຼນບໍ່ຢ້ານກ່ຽວກັບການເຈລະຈາກັບຣັດເຊຍກ່ຽວກັບບັນຫາຕ່າງໆລວມທັງການຮັບປະກັນຄວາມໝັ້ນຄົງຂອງອູແກຼນແລະຖານະເປັນກາງຂອງອູແກຼນເປັນຕົ້ນ, ເພາະວ່າອູແກຼນຍັງບໍ່ແມ່ນສະມາຊິກຂອງອົງການນາໂຕເທື່ອ.
ວັນທີ 23 ກຸມພານີ້, ນາງເຈນ ປະຊາກີ ໂຄສົກທຳນຽບຂາວອາເມຣິກາໄດ້ເນັ້ນໜັກອີກວ່າ: ອາເມຣິກາຈະບໍ່ສູ້ຮົບກັບຣັດເຊຍ, ທັງຈະບໍ່ສົ່ງທະຫານໄປອູແກຼນ. ສ່ວນທ່ານເຢນ ສະໂຕນເຕັນເບີກ, ເລຂາທິການໃຫຍ່ນາໂຕກໍ່ກ່າວໃນວັນທີ 24 ກຸມພານີ້ວ່າ, ນາໂຕຈະບໍ່ສົ່ງທະຫານໄປອູແກຼນ.
- 4 - ປະທານາທິບໍດີອູແກຼນກ່າວວ່າ: ປະເທດຕາເວັນຕົກໄດ້ປະຖິ້ມອູແກຼນແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!