“ບວດນາກ ແລະ ແຫ່ນາກ ”ຮີດເກົ່າຄອງເດີມ ຄວນແກ່ປົກປັກຮັກສາ
ຄົນທີ່ຈະເຂົ້າບວດເປັນພະພິຂຸສົງໃນພຸດທະສາສະໜາ ເອີ້ນວ່າ “ບວດນາກ” ເຊິ່ງຄໍາວ່າ: “ນາກ” ແປຕາມຄວາມໝາຍຂອງສັບໄດ້ແກ່ຜູ້ປະເສີດ ຜູ້ບໍ່ມີບາບ. ອີກດ້ານໜຶ່ງຄືເປັນຜູ້ບໍລິສຸດຜຸດຜ່ອງ. ເປັນຫຍັງຈຶ່ງວ່າ ”ບວດນາກ” ນັ້ນ, ຕາມຕໍານານ: ຍັງມີພະຍານາກໂຕໜຶ່ງ ທີ່ເຫລື້ອມໃສໃນພຸດທະສາສະໜາແລ້ວປອມເປັນມະນຸດມາບວດ, ແຕ່ເມື່ອພະພິຂຸອົງນັ້ນນອນຫລັບໄປຮ່າງກາຍກໍເລີຍກາຍເປັນນາກ ແລະ ພາຍ ຫລັງພິຂຸທັງຫລາຍເຫັນ ຈຶ່ງເຂົ້າໄປທູນພະພຸດທະເຈົ້າ. ພະພຸດທະເຈົ້າຊົງເຫັນຄວາມຈິງ ຈຶ່ງໃຫ້ສິກອອກໄປເລີຍໂດຍໄດ້ຕັດວ່າ: ເຈົ້າເປັນສັດເດຍລະສານຈະມາບວດໃນພຸດທະສາສະໜາບໍ່ໄດ້. ສ່ວນພະຍານາກກໍອາໄລໃນເພດບວດທີ່ສຸດຈຶ່ງໄດ້ຂາບທູນພະພຸດທະອົງວ່າ: ເຖິງວ່າຈະບໍ່ໄດ້ເປັນເພດສົງກໍຕາມແຕ່ຂໍຝາກຊື່ໄວ້ຄືຜູ້ໃດຈະມາບວດໃນພຸດທະສາສະໜານັ້ນຂໍເອີ້ນວ່າ: ນາກເປັນຊື່ຂອງຜູ້ທີ່ຈະບວດ ແລະ ນັບແຕ່ນັ້ນມາຈຶ່ງເອີ້ນວ່າ: “ບວດນາກ”
ສຳລັບປະເພນີິການ “ເຄນບວດນາກ” ຄາວກ່ອນນັ້ນ ກ່ອນຈະຮອດມື້ບວດ 15 ມື້, ພໍ່ແມ່ ແລະ ຍາດພີ່ ນ້ອງ ຫລື ເຈົ້າສັດທາຜູ້ທີ່ຈະເອົານາກບວດນັ້ນຈະໄດ້ຈັດແຈງເອົາຂັນຫ້າແລ້ວພາຜູ້ທີ່ຈະບວດນັ້ນໄປວັດແລ້ວເຄນຂັນຫ້າມອບໃຫ້ນາກຮຽນຄອງນາກ ແລະ ຂໍ້ວິວັດໃນສົງອື່ານໆທີ່ຈໍາເປັນເພຶ່ອຈະນໍາໃຊ້ເມື່ອບວດແລ້ວ, ການມອບໝາຍນາກໃຫ້ໄດ້ຮຽນສິ່ງນີ້ເອີ້ນວ່າ: “ເຄນນາກ” ພໍພະສົງຮັບເອົາຂັນແລ້ວກໍລັ່ນຄ້ອງລັ່ນກອງເພື່ອປະກາດໃຫ້ຜູ້ອື່ນຮັບຮູ້ ແລະ ອະນຸໂມທະນາສາທຸການເອົາບຸນນໍາກັນ.
ສ່ວນປະເພນີການປ່ອຍນາກນັ້ນ, ເມື່ອນາກໄດ້ຮໍ່າຮຽນຄອງນາກ ແລະ ມີຄວາມຮູ້ຕ່າງໆແດ່ແລ້ວ, ກ່ອນຈະບວດສອງ-ສາມມື້ເພິ່ນເປີດໂອກາດໃຫ້ນາກໄປສົມມາຄາລະວະພໍ່ແມ່ພີ່ນ້ອງ ຫລືໄປຂໍຄາມາລາໂທດຕໍ່ຜູ້ຫລັກຜູ້ໃຫຍ່ທີ່ເຄົາລົບນັບຖື ແລະ ບອກລາໝູ່ຄູ່ຕະຫລອດເຖິງການຊໍາລະໜີ້ສິນເພື່ອວ່າໄປບວດແລ້ວຈະບໍ່ໄດ້ກັງວົນ ໃນເວລາບໍາເພັນສໍາມະນະທໍາ ຫລື ວຽກງານຂອງສາສະໜາອື່ນໆ ເຊິ່ງການເຮັດແນວນີ້ເອີ້ນວ່າ: “ການປ່ອຍນາກ”.
ໃນສ່ວນຂອງ ກອງບວດ ໄດ້ແກ່ກອງບຸນທີ່ປະກອບມີສໍາມະນະບໍລິຂານຂອງພະຜູ້ທີ່ບວດໃໝ່ນັ້ນເອງ ແລະ ການບວດນັ້ນ ກໍນິຍົມຕັ້ງກອງບວດເພື່ອເປັນການສົມໂພດສະຫລອງ ແລະ ໃຫ້ຍາດພີ່ນ້ອງໄດ້ມາຮ່ວມເອົາບຸນນໍາກັນ, ຖ້າມີຫລາຍກອງບວດ ຈະຈັດຕັ້ງຢູ່ວັດຮ່ວມກັນກໍໄດ້ ຫລື ຢູ່ບ່ອນໃດບ່ອນໜຶ່ງທີ່ສະ ດວກສະບາຍ ແລະ ເໝາະສົມ ເພື່ອຄວາມສະດວກຕໍ່ການນິມົນພະສົງມາໃນພິທີ. ການປະກອບຕັ້ງກອງບຸນຕອນແລງເວລາ 4-5 ໂມງມີການສູດປະລິດຕະມຸງຄຸນແລ້ວກໍຟັງເທດໜຶ່ງກັນ, ຕອນກາງຄືນມີການຄົບ ງັນຕາມປະເພນີ, ຕອນເຊົ້າມື້ໃໝ່ຖວາຍສັງຄະທານແລ້ວກໍສູດຂວັນນາກ ແລ້ວແຫ່ກອງບຸນ.
ປະເພນີການແຫ່ນາກ ແມ່ນເຮັດຕາມຖານະຂອງເຈົ້າສັດທາ, ບາງສັດທາກໍເອົາມ້າແຫ່, ບາງສັດທາກໍຍ່າງແຫ່ (ການແຫ່ດ້ວຍມ້ານັ້ນຄົງຄິດເຫັນຕອນເຈົ້າຊາຍ ສີສັດທະ ອອກບວດນັ້ນ ໄດ້ຂີ່ມ້າກັນຖະກະ ສະເດັດອອກໄປ, ຖ້າຕັ້ງກອງຢູ່ເຮືອນກໍແຫ່ແຕ່ເຮືອນໄປວັດ, ຖ້າຕັ້ງກອງຢູ່ວັດກໍແຫ່ອ້ອມວັດນັ້ນໂລດ.
ພິທີການບວດ ແລະ ການແຫ່ນາກ ມີຄວາມສໍາຄັນຫລາຍ ເຊິ່ງຄົນລາວຊາວພຸດບໍ່ຄວນເບິ່ງຂ້າມ ແລະ ພ້ອມກັນປົກປັກຮັກສາຮີດເກົ່າຄອງເດີມນີ້ໄວ້ໃຫ້ລູກຫລານທີ່ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮໍ່າຮຽນໄວ້ ເພື່ອສືບທອດໃຫ້ຄົນຮຸ່ນໃໝ່ຕໍ່ໆກັນໄປ.