ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ

ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ - 9455704 - ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ
ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ - kitchen vibe - ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ

ແຫລ່ງຂ່າວປ້ອງກັນສະຫງົບ ແຂວງສະຫວັນນະຂດ ລາຍງານວ່າ: ວັນທີ 16 ກຸມພານີ້, ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ຈັບເປົ້າໝາຍຄ້າຂາຍຢາໄດ້ 1 ຄົນ ແລະ ຫລັງສອບສວນກໍຂະຫຍາຍຜົນສາມາດຕິດຕາມຈັບພັກພວກຮ່ວມກັນຊື້ຂາຍຢາບ້າ ອີກ 3 ຄົນ ມີຢາບ້າ 2.622 ເມັດ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງໄປສອບສວນ.

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ລາຍງານວ່າ: ຜູ້ຖືກຫາທັງ 4 ຄົນ ຊື່ ທ້າວ ຢູລາ ຫລື ນ້ອຍ ອາຍຸ 23 ປີຢູ່ບ້ານສີບຸນເຮືອງເມືອງຈຳພອນແຂວງສະຫວັນນະເຂດ ພັກເຊົາຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິຫານ ມີຂອງກາງຢາບ້າ 100 ເມັດ, ທ້າວ ວັນມະນີ ຫລື ໂກ້ ອາຍຸ 45 ປີ ຢູ່ບ້ານໜອງຜື ນະຄອນໄກສອນພົມວິຫານ ມີຢາບ້າ 31 ເມັດ, ໂທລະສັບ 1 ເຄື່ອງ ແລະ ລົດຈັກ 1 ຄັນ, ທ້າວ ສຸລິຍາ ຫລື ຕຸກ ອາຍຸ 32 ປີ ຢູ່ບ້ານຫົວເມືອງເໜືອ ນະຄອນໄກສອນພົມວິຫານ ມີຂອງກາງຢາບ້າ 394 ເມັດ ແລະ ຢາໄອສ໌ 14 ຖົງນ້ອຍ, ໂທລະສັບ 2 ເຄື່ອງ ແລະ ທ້າວ ກິດຕ້າ ອາຍຸ 22 ປີ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນພົມວິຫານ ມີຢາບ້າ 2.097 ເມັດ ແລະ ໂທລະສັບ 1 ເຄື່ອງ.

ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ - Visit Laos Visit SALANA BOUTIQUE HOTEL - ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ

ไม่มีคำอธิบายรูปภาพ ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ - 274606957 936394617044927 815689082336474668 n - ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ

ກ່ອນໜ້ານີ້ຄືວັນທີ 11 ກຸມພາ ສາມາດຈັບເປົ້າໝາຍຢາເສບຕິດໄດ້ 2 ຄົນ ຊື່ ທ້າວ ບຸນທະວີ ຫລື ແອ ນ້ອຍ ອາຍຸ 19 ປີພ້ອມຂອງກາງຢາບ້າ 88 ເມັດ, ໂທລະສັບ 1 ໜ່ວຍ ແລະ ລົດຈັກປ້າຍທະບຽນ ຍດ 4737 ສະຫວັນະເຂດ ແລະ ທ້າວ ແອັດດີ້ ອາຍຸ 32 ປີ ມີຢາບ້າ 8 ຖົງ ເທົ່າກັບ 1.600 ເມັດ, ໂທລະສັບ 1 ໜ່ວຍ ທັສອງຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ປັດຈຸບັນ, 2 ຄະດີຢາເສບຕິດພວມຢູ່ໃນຂັ້ນຕອນການສອບສວນຂະຫຍາຍຜົນຂອງເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ເພື່ອຕິດຕາມຈັບຜູ້ຖືກຊັດທອດມາດຳເນີນຄະດີຕື່ມອີກ.

 

ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ - 5 - ປກສ ສະຫວັນນະເຂດຈັບຜູ້ຊື້-ຂາຍຢາບ້າໄດ້ 4 ຄົນພ້ອມຂອງກາງ 2.622 ເມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!