ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ

ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ - 032598 - ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ
ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ - kitchen vibe - ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ
ຄະນະພັກກົມໃຫຍ່ຕໍາຫລວດ ກະຊວງ ປກສ ຈະຕັ້ງໜ້າປະຕິບັດ 4 ຄາດໝາຍ 41 ໂຄງ ການ ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ 1 ແຜນງານ, 2 ແຜນຍຸດທະສາດ, 17 ວຽກຈຸດສຸມຂອງກົມໃຫຍ່ຕຳຫລວດ ໃຫ້ມີປະສິດທິພາບສູງ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຫາປີ 2023 ຢ່າງມີຈຸດສຸມ ໃຫ້ເປັນຮູບປະທໍາຕົວຈິງ.
ທ່ານ ພົຈວ ນີລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫລວດ ກ່າວໃນກອງປະຊຸມເປີດກວ້າງຄະນະພັກກົມໃຫຍ່ຕຳຫລວດ ເມື່ອບໍ່ດົນມານີ້ວ່າ: ຄະນະພັກກົມໃຫຍ່ຕໍາຫລວດ ຈະຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ ຫາ ປີ 2023 ຢ່າງມີຈຸດສຸມ ແລະ ໃຫ້ເປັນຮູບປະທຳຕົວຈິງ ໂດຍສືບຕໍ່ຊີ້ນຳ-ນຳພາບັນດາກົມ, ຫ້ອງ, ສູນ, ເຄື່ອນໄຫວເປັນເສນາທິການວຽກງານວິຊາສະເພາະ ຕາມພາລະບົດບາດຂອງຕົນໃຫ້ໄດ້ຮັບຜົນດີ ເຊັ່ນ: ປັບປຸງວຽກງານກໍ່ສ້າງ-ນຳໃຊ້ຕາໜ່າງພື້ນຖານລັບ, ສະຖານທີ່ພົບປະລັບເພື່ອນຮ່ວມງານ, ຜູ້ເຊື່ອຖືໄດ້ເພື່ອເກັບກຳຂ່າວ, ຄຸ້ມຄອງເປົ້າ ໝາຍ, ປະເພດຕ່າງໆ, ຊຸກຍູ້ດຳເນີນຄະດີໃຫ້ຖືກຕ້ອງຕາມຂະບວນການຍຸດຕິທຳຂອງກົດໝາຍ, ກຳໃຫ້ໄດ້ເປົ້າໝາຍຄ້າ-ຂາຍ, ລັກລອບ-ຂົນສົ່ງຢາເສບຕິດ ຕາມດ່ານຊາຍແດນທີ່ຕິດຈອດທີ່ເຂົ້າມາເຄື່ອນໄຫວກະ ທຳຜິດຢູ່ພາຍໃນປະເທດ, ປະສານສົມທົບສາຍຕັ້ງວິຊາສະເພາະກັບຕຳຫລວດ ປກສ ແຂວງ, ນະຄອນ ຫລວງວຽງຈັນ ໃຫ້ດີ, ນຳພາການແກ້ໄຂບັນຫາສະພາບປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມໃຫ້ຫລຸດລົງຢ່າງຈະແຈ້ງ ແລະ ເອົາໃຈໃສ່ປັບປຸງການດຳເນີນຄະດີ ໃຫ້ຖືກຕ້ອງສອດຄ່ອງກັບກົດລະບຽບ, ກົດໝາຍຢ່າງເຂັ້ມງວດ.
ໃນໄລຍະຜ່ານມາ, ຄະນະພັກກົມໃຫຍ່ຕໍາຫລວດ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຊີ້ນຳ-ນຳພາບັນດາໜ່ວຍພັກກົມ, ຫ້ອງ ແລະ ສູນ ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດຂອງຕົນ, ພົ້ນເດັ່ນແມ່ນການນຳພາຈັດຕັ້ງຜັນຂະຫຍາຍຍຸດທະສາດ ຕ້ານຢາເສບຕິດ ມາເປັນວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ໂດຍໄດ້ສຸມໃສນໍາພາການດໍາເນີນແກ້ໄຂຄະດີຕາມກົດໝາຍ ແລະ ຫລັກການວິຊາສະເພາະ ນຳພາມ້າງຄະດີກຸ່ມແກ້ງຄ້າ-ຂາຍຢາເສບຕິດລາຍໃຫຍ່ ຈຳນວນ 3.407 ລາຍ, ມີ ຜູ້ຖືກຫາ 4.759 ຄົນ, ຍິງ 484 ຄົນ ສາມາດຢຶດຂອງກາງປະເພດຢາບ້າ 5.896,84 ກິໂລ, ເຮໂຣອິນ 21,9 ກິໂລ, ຍາອິ 4,4g, ໄອສ 1.566,9 ກິໂລ, ຝິ່ນ 900 ກຣາມ, ແປ້ງ 179,30 ກິໄລ, ລົດຈັກ 6 ຄັນ, ລົດໃຫຍ່ 8 ຄັນ ແລະ ອື່ນໆ. ພ້ອມທັງໄດ້ຂຶ້ນບັນຊີເປົ້າໝາຍ ເຄື່ອນໄຫວຄ້າຂາຍຢາເສບຕິດລາຍໃຫຍ່ 1.888 ຄົນ, ຍິງ 173 ຄົນ ແລະ ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຕາມຈຸດຫລໍ່ແຫລມຕ່າງໆ.
ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ - 4 - ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ
ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ - 5 - ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ
ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ - 3 - ຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເປັນຮູບປະທຳຕົວຈິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!