ອິນເດຍຫ້າມອີກ 54 ແອບພລິເຄຊັນຈີນ Free Fire ຖືກນຳ ຢ້ານກະທົບຄວາມໝັ້ນຄົງໄຊເບີ


ວັນທີ 14 ກຸມພາ 2022, ສຳນັກຂ່າວບລູມເບິກລາຍງານວ່າ: ອິນເດຍອອກຄຳສັ່ງຫ້າມແອບພລິເຄຊັນຈາກຈີນ 54 ແອບ ລວມທັງແອບພລິເຄຊັນຂອງ Sea Ltd ເຊິ່ງເປັນເຈົ້າຂອງເກມ Free Fire ນຳ ເນື່ອງຈາກມີຂໍ້ກັງວົນເລື່ອງຄວາມໝັ້ນຄົງໄຊເບີ ທ່າມກາງສະຖານະການທີ່ຈີນ ແລະ ອິນເດຍມີຂໍ້ຂັດແຍ່ງເລື່ອງຊາຍແດນມາເກືອບ 2 ປີແລ້ວ.
ແອບພລິເຄຊັນທັງໝົດຖືກສັ່ງຫ້າມຈາກກະຊວງເອເລັກໂຕຣນິກ ແລະ ຂໍ້ມູນຂ່າວສານຂອງອິນເດຍ ປະກອບມີແອບພລິເຄຊັນຈາກບໍລິສັດໃຫຍ່ໆ ຄື Tencent Alibaba ແລະ NetEase ແລະ ແອບພລິເຄຊັນຕ່າງໆ ທີ່ເຂົ້າມາໃໝ່ຫລັງອິນເດຍເຄີຍສັ່ງຫ້າມໄປແລ້ວໃນປີ 2020.
ຂະນະທີ່ໜຶ່ງໃນແອບພລິເຄຊັນເກມ Free Fire ຊື່ດັງທີ່ຖືກຫ້າມຮອບນີ້ເປັນຂອງບໍລິສັດ Sea ເຊິ່ງເຖິງວ່າຈະມີຖານຢູ່ສິງກະໂປ ແຕ່ມີເຈົ້າຂອງເປັນຊາວຈີນກ່ອນປ່ຽນສັນຊາດເປັນສັນຊາດສິງກະໂປ ບໍລິສັດນີ້ຕັ້ງເປົ້າເຮັດທຸລະກິດເລື່ອງເກມລະດັບໂລກເປັນຫລັກ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ Tencent ເຊິ່ງເປັນຜູ້ຖືຫຸ້ນລາຍໃຫຍ່ທີ່ສຸດ. ປັດຈຸບັນ ບໍລິສັດ Sea ຍັງບໍ່ໄດ້ຕອບໂຕ້ໃດໆ ຫລັງມີຄຳສັ່ງດັ່ງກ່າວອອກມາ.
ເກມ Free Fire ເປັນເກມ FPS ທີ່ມັກຖືກປຽບທຽບວ່າຄ້າຍຄືກັບ PUBG ແລະ ເປັນໜຶ່ງໃນເກມທີ່ໄດ້ຮັບຄວາມນິຍົມສູງສຸດໃນໝູ່ເກມມືຖື ຍອດດາວໂຫລດຈາກ Google Play ສູງກວ່າພັນລ້ານຄັ້ງ ສ້າງລາຍໄດ້ໃຫ້ບໍລິສັດແມ່ມະຫາສານ ຈົນກາຍເປັນໜຶ່ງໃນບໍລິສັດທີ່ມີມູນຄ່າອັນດັບຕົ້ນໆຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ດ້ວຍຕະຫລາດທີ່ຄອງໄດ້ທັງໃນບຣາຊິນ ແລະ ອິນເດຍ. ເກມນີ້ເປັນໜຶ່ງໃນເກມທີ່ມີຜູ້ຫລິ້ນຫລາຍທີ່ສຸດໃນອິນເດຍ ຈາກຂໍ້ມູນຂອງ App Annie ຜູ້ເກັບຂໍ້ມູນການໃຊ້ແອບພລິເຄຊັນຂອງຊາວອິນເດຍ.
ບໍລິສັດ Tencent ຖືຫຸ້ນຫລາຍທີ່ສຸດກໍຈິງ ແຕ່ໃຊ້ວິທີການຫລຸດຄະແນນສຽງໂຫວດ ໂດຍມີສິດທິໂຫວດພຽງ 10% ຂອງການຕັດສິນໃຈໃນບໍລິສັດ.
ການຕັດສິນໃຈຫ້າມແອບພລິເຄຊັນນີ້ ແລະ ແອບພລິເຄຊັນອື່ນໆ ເປັນຜົນມາຈາກຄວາມເຄັ່ງຕຶງຂອງຈີນ ແລະ ອິນເດຍທີ່ຂະຫຍາຍໃຫຍ່ຂຶ້ນເລື້ອຍໆ ຫລັງມີການປະທະໃນປີ 2020 ທີ່ທະຫານຂອງທັງສອງຝ່າຍຕ່າງເສຍຊີວິດ. ອິນເດຍກໍປັບແກ້ກົດໝາຍໃໝ່ຄວບຄຸມການລົງທຶນຈາກຈີນ ແລະ ເລີ່ມອອກກົດຫ້າມແອບພລິເຄຊັນຕ່າງໆ ລວມທັງ Tiktok.
ອ້າງອີງ:
India Bans Chinese Apps Including From Alibaba, Tencent on Security Concerns – Bloomberg