ຈີນອະນຸມັດໃຊ້ “ແພກໂລວິດ” ຢາເມັດຕ້ານໂຄວິດ-19 ຂອງໄຟເຊີ ປິ່ນປົວຜູ້ຕິດເຊື້ອບໍ່ຮຸນແຮງ-ສ່ຽງອາການໜັກ


ຈີນອະນຸມັດໃຊ້ຢາເມັດຕ້ານໂຄວິດຂອງໄຟເຊີຢ່າງມີເງື່ອນໄຂ ຫວັງຊ່ວຍຜູ້ຕິດເຊື້ອອາການບໍ່ຮຸນແຮງ ແລະ ຜູ້ຕິດເຊື້ອສ່ຽງອາການໜັກ ແຕ່ບໍ່ມີຂໍ້ມູນແນ່ນອນສັ່ງຊື້ເທົ່າໃດ.
ວັນທີ 12 ກຸມພາ 2022, ສຳນັກຂ່າວຣອຍເຕີ ລາຍງານວ່າ: ທາງການຈີນໄດ້ອະນຸມັດການໃຊ້ຢາ “ແພກໂລວິດ” ເຊິ່ງເປັນຢາເມັດຕ້ານໂຄວິດ-19 ທີ່ພັດທະນາໂດຍບໍລິສັດໄຟເຊີ (Pfizer) ແລ້ວໃນວັນທີ 12 ກຸມພາ.
ໜ່ວຍງານດ້ານການຢາຂອງຈີນ ລະບຸວ່າ: ຢາແພກໂລວິດໄດ້ຮັບການອະນຸມັດຢ່າງມີເງື່ອນໄຂ ໂດຍຈະນຳມາໃຊ້ນຳກຸ່ມຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການໜ້ອຍ ຫລື ປານກາງ ລວມທັງຜູ້ຕິດເຊື້ອໂຄວິດ-19 ທີ່ມີຄວາມສ່ຽງອາການຮຸນແຮງເປັນຫລັກ.
ສຳລັບຢາແພກໂລວິດທີ່ໄຟເຊີພັດທະນາຂຶ້ນ ຈະມີຄຸນສົມບັດແຕກຕ່າງຈາກວັກຊີນປ້ອງກັນໂຄວິດ-19 ໂດຍຢາດັ່ງກ່າວຈະເນັ້ນການຢັບຢັ້ງເອນໄຊຂອງເຊື້ອໂຄວິດ-19 ເພື່ອບໍ່ໃຫ້ສາມາດແບ່ງຕົວເພີ່ມຈຳນວນໄດ້ ເຊິ່ງໃນເດືອນທັນວາຜ່ານມາ ບໍລິສັດໄຟເຊີເປີດເຜີຍປະສິດທິພາບຢາດັ່ງກ່າວວ່າ: ສາມາດຫລຸດຄວາມສ່ຽງຜູ້ຕິດເຊື້ອໂຄວິດຈາກການມີອາການຮຸນແຮງໄດ້ເຖິງ 89% ໃນ 3 ວັນ.
ຜ່ານມາ ຈີນໃຊ້ນະໂຍບາຍໂຄວິດເປັນສູນຢ່າງເຂັ້ມງວດ ຈົນເຮັດໃຫ້ມີຜູ້ຕິດເຊື້ອແຕ່ລະວັນໃນປະເທດບໍ່ຫລາຍ. ຂະນະດຽວກັນ ຈີນຍັງບໍ່ເຄີຍອະນຸມັດການໃຊ້ວັກຊີນປ້ອງກັນໂຄວິດ-19 ທີ່ພັດທະນາໂດຍບໍລິສັດເອກະຊົນນອກປະເທດ ເຊິ່ງກ່ອນໜ້ານີ້ ມີລາຍງານຈີນກຽມພັດທະນາວັກຊີນປ້ອງກັນໂຄວິດ-19 ຊະນິດ mRNA ຜະລິດໃນປະເທດໃຊ້ເອງ ເປັນວັກຊີນກະຕຸ້ນສັກໃຫ້ປະຊາຊົນ.
ສຳລັບຢາເມັດຕ້ານໂຄວິດຂອງໄຟເຊີ ປັດຈຸບັນໄດ້ຮັບການອະນຸມັດໃຊ້ແລ້ວໃນຫລາຍປະເທດ. ເຖິງຢ່າງໃດກໍຕາມ, ບໍ່ມີລາຍງານທີ່ແນ່ນອນເຖິງຂະບວນການສັ່ງຈອງຊື້ຢາແພກໂລວິດ ລະຫວ່າງລັດຖະບານຈີນກັບບໍລິສັດໄຟເຊີ.
ອ້າງອີງ:
https://www.reuters.com/…/china-gives-conditional…/