ໄທປະກາດປົດລັອກ ຝິ່ນ ແລະ ຄັນຊາ ຍົກໃຫ້ເປັນສານເສບຕິດທີ່ມີໂທດປະເພດ 5


ວັນທີ 9 ກຸມພາ 2022 ຜ່ານມານີ້ເວັບໄຊ້ ຣາຊະກິດຈານຸເບກຂາຂອງໄທ ປະກາດລາຍຊື່ສານເສບຕິດເປັນປະເພດ5 ໂດຍອີງຕາມມາດຕາ29 ວັກ 2 ຂອງກົດໝາຍຢາເສບຕິດ ດ້ວຍຄວາມເຫັນດີຂອງຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດ ດັ່ງນີ້:
1.ຢາເສບຕິດມີໂທດປະເພດ 5 ປະກອບມີ
(1) ພືດຝິ່ນ ພືດທີ່ມີຊື່ພຶກສາສາດ Papaver SomniferumL ແລະ Papaver Bracteaum Lindl ຫຼື ມີຊື່ອື່ນໃນສະກຸນດຽວກັນ ທີ່ໃຫ້ຝິ່ນ ຫຼື ແອວຄາລອຍ ຂອງຝິ່ນ.
(2) ເຫັດຂີ້ຄວາຍ ຫຼື ພືດເຫັດຂີ້ຄວາຍ ມີຊື່ວິທະຍາສາດ Psilocybe cube sis (Eale) Singer ຫຼື ມີຊື່ອື່ນໃນສະກຸນດຽວກັນທີ່ໃຫ້ສານ psilocybin ຫຼື psilocin
(3) ສານສະກັດຈາກທຸກສ່ວນຂອງພືດຄັນຊາ ຫຼື ຄັນຊົງ ເປັນພືດສະກຸນ Cannabis ຍົກເວັ້ນສານສະກັດ ເຕຕຣາໄຮໂດຣແຄນນາບິນອລ tetrahydrocannabinol THC ບໍ່ເກີນ 0,2% ໂດຍນໍ້າໜັກສະເພາະທີ່ໄດ້ອະນຸຍາດໃຫ້ສະກັດຈາກພືດຄັນຊາທີ່ປູກໃນປະເທດ ແລະ ສານສະກັດຈາກແກ່ນຄັນຊາທີ່ປູກພາຍໃນປະເທດ.
2.ກໍລະນີມີໂທດຕາມຂໍ້1 ທີ່ເປັນສານຄວບຄຸມຄຸນນະພາບໃນການກວດວິເຄາະ ແລະ ຄວບຄຸມຄຸນນະພາບຂອງການກວດສານເສບຕິດໃນຮ່າງກາຍເຊິ່ງເປັນເຄື່ອງມືການແພດຕາມກົດໝາຍວ່າດ້ວຍເຄື່ອງມືແພດ ແລະ ຕ້ອງໃຊ້ຕາມເປົ້າໝາຍຂອງແພດ ໃຫ້ຍົກເວັ້ນການເປັນຢາເສບຕິດໃຫ້ໂທດໃນປະເພດ5 ໂດຍປະກາດດັ່ງກ່າວນີ້ໃຫ້ບັງຄັບເມື່ອພົ້ນກຳນົດ 120 ວັນ ນັບແຕ່ມື້ປະກາດເປັນຕົ້ນໄປ.

